• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ​ຕີ​ລາຄາ​ສູງ​ຕໍ່​ການໜູນຊ່ວຍ​ຂອງຫວຽດນາມ ​ໃນ​ການ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19

ຕອນບ່າຍວັນທີ 6 ເມສາ, ຢູ່ນະຄອນຫຼວງວຽງຈັນ, ວິສາຫະກິດຫວຽດນາມ ຈໍານວນໜຶ່ງທີ່ລົງທຶນ, ດໍາເນີນທຸລະກິດຢູ່ ລາວ ໄດ້ຊ່ວຍເຫຼືອລັດຖະບານລາວ ເງິນຈໍານວນ 370.000 USD ເພື່ອແນໃສ່ແບ່ງເບົາຄວາມຫຍຸ້ງຍາກກັບລັດຖະບານ ແລະ ປະຊາຊົນລາວ, ຕັດສິນໃຈພ້ອມກັບລັດຖະບານລາວ ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ.


ບໍລິສັດ Unitel ມອບເງິນຈໍານວນ 2.830.000.000 ກີບ ເພື່ອໜູນຊ່ວຍລັດຖະບານລາວຮັບໃຊ້ວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19

ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ລາວ, ທ່ານ ລຶວແມ້ງຮ່າ - ຜູ້ອໍານວຍການໃຫຍ່ບໍລິສັດ Unitel - ເຊິ່ງເປັນຫົວໜ່ວຍຮ່ວມທຸລະກິດລະຫວ່າງກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel ກັບ ບໍລິສັດໂທລະຄົມມະນາຄົມ ລາວ ໄດ້ມອບເງິນຈໍານວນ 2.830.000.000 ກີບ ເຊິ່ງເທົ່າກັບ 320.000 USD ເພື່ອໜູນຊ່ວຍລັດຖະບານລາວຮັບໃຊ້ວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19. 

ທ່ານ ຫງວຽນວັນບິ່ງ ຜູ້ອໍານວຍການໃຫຍ່ທະນາຄານຮ່ວມທຸລະກິດ LAOVIET Bank ມອບເງິນຈໍານວນ 50.000 USD ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອຮັບມືກັບໂລກລະບາດ

ທ່ານ ຫງວຽນວັນບິ່ງ ຫົວໜ້າຜູ້ຕາງໜ້າທະນາຄານລົງທຶນ ແລະ ພັດທະນາຫວຽດນາມ (BIDV) - ຜູ້ອໍານວຍການໃຫຍ່ທະນາຄານຮ່ວມທຸລະກິດ LAOVIET Bank ກໍໄດ້ມອບເງິນຈໍານວນ 50.000 USD, ເຊິ່ງເປັນນໍ້າໃຈຂອງຖັນແຖວພະນັກງານ ທະນາຄານ BIDV ທີ່ສະຫງວນໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອຮັບມືກັບໂລກລະບາດ.

ໂດຍຕາງໜ້າລັດຖະບານລາວ, ທ່ານຮອງນາຍົກລັດຖະມົນຕີລາວ ສົມດີ ດວງດີ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງບັນດາວິສາຫະກິດ ຫວຽດນາມ ທີ່ພວມລົງທຶນ, ດໍາເນີນທຸລະກິດຢູ່ລາວ; ໂດຍຖືວ່າ ນີ້ແມ່ນສັນຍາລັກທີ່ມີຊີວິດຊີວາຂອງນໍ້າໃຈຄວາມຮັບຜິດຊອບຕໍ່ສັງຄົມ, ແມ່ນການແບ່ງເບົາຄວາມຫຍຸ້ງຍາກກັບລັດຖະບານ ແລະ ປະຊາຊົນລາວໃນໄລຍະເວລານີ້.

 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top