• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວຮ່ຳຮຽນເອົາບົດຮຽນໃນການຄຸ້ມຄອງທີ່ດິນຂອງ ຫວຽດນາມ

    ປະຈຸບັນ, ກົດໝາຍວ່າດ້ວຍການຄຸ້ມຄອງທີ່ດິນຂອງລາວ ພວມຢູ່ໃນວິວັດການຮຽບຮຽງ. ດັ່ງນັ້ນ, ການຢ້ຽມຢາມຂອງຄະນະຜູ້ແທນແມ່ນເພື່ອແນໃສ່ຮ່ຳຮຽນເອົາບົດຮຽນ ກ່ຽວກັບການຄຸ້ມຄອງທີ່ດິນຂອງ ຫວຽດນາມ 

ທ່ານ ບຸນປອນ ສີສຸລາດ ແລະ ທ່ານນາງ ຫງວຽນທິກວຽດເຕີມ 
      ວັນທີ 11 ມັງກອນ, ທ່ານນາງ ຫງວຽນທິກວຽດເຕີມ, ປະທານສະພາປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບ ທ່ານ ບຸນປອນ ສີສຸລາດ, ຫົວໜ້າກຳມາທິການເສດຖະກິດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ລາວ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
        ທ່ານນາງ ຫງວຽນທິກວຽດເຕີມ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ສະພາປະຊາຊົນນະຄອນ ໂຮ່ຈີມິນ ຈະມານະພະຍາຍາມສະໜິດຕິດພັນກັບສະພາປະຊາຊົນບັນດາທ້ອງຖິ່ນຂອງລາວ ເພື່ອແນໃສ່ແບ່ງປັນບົດຮຽນໃນການເຄື່ອນໄຫວຂອງອົງການເປັນຕົວແທນຂອງປະຊາຊົນໃນທ້ອງຖິ່ນ, ປະກອບສ່ວນເຮັດໃຫ້ການພົວພັນ ຫວຽດນາມ - ລາວ ໃຫ້ນັບມື້ນັບຮອບດ້ານ, ເລິກເຊິ່ງກ່ວາ.
        ສ່ວນທ່ານ ບຸນປອນ ສີສຸລາດ ໃຫ້ຮູ້ວ່າ: ປະຈຸບັນ, ກົດໝາຍວ່າດ້ວຍການຄຸ້ມຄອງທີ່ດິນຂອງລາວ ພວມຢູ່ໃນວິວັດການຮຽບຮຽງ. ດັ່ງນັ້ນ, ການຢ້ຽມຢາມຂອງຄະນະຜູ້ແທນແມ່ນເພື່ອແນໃສ່ຮ່ຳຮຽນເອົາບົດຮຽນ ກ່ຽວກັບການຄຸ້ມຄອງທີ່ດິນຂອງ ຫວຽດນາມ ກໍ່ຄືຂອງນະຄອນ ໂຮ່ຈີມິນ ແລະ ບັນດາບົດຮຽນນີ້ຈະໄດ້ຮັບການຄັດເລືອກເພື່ອນຳເຂົ້າກົດໝາຍວ່າດ້ວຍການຄຸ້ມຄອງ ທີ່ດິນຂອງລາວ. ສະພາແຫ່ງຊາດກໍ່ປາດຖະໜາວ່າ ສະພາປະຊາຊົນນະຄອນໂຮ່ຈີມິນ ຈັດສົ່ງຄະນະ ໄປເຮັດວຽກ ແລະ ແບ່ງປັນບົດຮຽນໃນການເຄື່ອນໄຫວກັບບັນດາທ້ອງຖິ່ນຂອງລາວ ໂດຍໄວໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ສືບຕໍ່ກໍ່ສ້າງອົງຄະນະພັກ ແລະ ອົງຄະນະພັກທຸກຂັ້ນໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ເດັດດ່ຽວປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຄວາມຟຸ່ມເຟືອຍ ໄພຫຍໍ້ທໍ້ ດ້ວຍທິດນຳ “ບໍ່ມີເຂດມືດ” “ບໍ່ມີບ່ອນຫວ່າງ, ຈຸດມົວ” ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ.

Top