• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວຕີລາຄາສູງວຽກງານກະກຽມການຈັດຕັ້ງຂອງຫວຽດນາມ

      ວັນທີ 05 ມີນາ, ບັນດາໜັງສືພິມໃຫຍ່ຂອງລາວ ຄື: ປະຊາຊົນ, ປະເທດລາວ, ເສດຖະກິດ - ສັງຄົມ ໄດ້ລົງພິມຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດລາວ ກ່ຽວກັບໝາກຜົນກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງອາເມລິກາ - ສປປ.ເກົາຫຼີ ເຊິ່ງຫາກໍ່ດຳເນີນຢູ່ຮ່າໂນ້ຍ, ປະເທດຫວຽດນາມ.

ການນຳອາເມລິກາ - ສປປ.ເກົາຫຼີ
(ພາບປະກອບ: AFP/TTXVN)
      ຖະແຫຼງການໃຫ້ຮູ້ວ່າ, ລາວ ຕີລາຄາສູງການພົບປະສຸດຍອດຄັ້ງທີ 2 ຢູ່ຮ່າໂນ້ຍ, ປະເທດຫວຽດນາມ ໃນລະຫວ່າງວັນທີ 27 – 28 ມີນາ ຜ່ານມາ, ພ້ອມທັງຊົມເຊີຍວຽກງານກະກຽມເປັນຢ່າງດີຂອງລັດຖະບານ ແລະ ປະຊາຊົນຫວຽດນາມ, ປະກອບສ່ວນສຳຄັນເຂົ້າໃນບັນດາຄວາມມານະພະຍາຍາມສ້າງສັນຕິພາບຢູ່ພາກພື້ນ ແລະ ໃນໂລກ. ຖະແຫຼງການໄດ້ເນັ້ນໜັກເຖິງການພົບປະຜ່ານມາຢູ່ຮ່າໂນ້ຍ ເຊິ່ງໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈລະຫວ່າງການນຳ 2 ປະເທດອາເມລິກາ ແລະ ສປປ.ເກົາຫຼີ, ນີ້ຈະແມ່ນພື້ນຖານສຳຄັນໃຫ້ແກ່ການເຈລະຈາ ສ້າງການພົວພັນແບບໃໝ່ລະຫວ່າງ 2 ປະເທດ, ກໍ່ຄືສ້າງແຫຼມເກົາຫຼີ ໃຫ້ກາຍເປັນເຂດປອດອາວຸດນິວເຄຼຍໃນອະນາຄົດ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top