• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2020

ຕອນຄ່ຳວັນທີ 17 ຕຸລາ, ທີ່ຮ່າໂນ້ຍ, ຄະນະກຳມະການາສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສົມທົບກັບຄະນະຊີ້ນຳສູນກາງບັນດາໂຄງການເປົ້າໝາຍແຫ່ງຊາດ ແລະ ໂທລະພາບ ຫວຽດນາມ ຈັດຕັ້ງລາຍການ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2020.

 ລາຍການ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2020 (ພາບ: VGP)

ເປີດສາກລາຍການ, ໂດຍຜ່ານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ມີຄຳຢື້ຢາມຖາມຂ່າວເຖິງພະນັກງານ, ນັກຮົບ ແລະ ປະຊາຊົນບັນດາແຂວງຖືກພາຍຸນ້ຳຖ້ວມ. ຕາງໜ້າການນຳພັກ, ລັດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ສະແດງຄວາມເສົ້າສະຫຼົດໃຈ ມາຍັງບັນດາຄອບຄົວທີ່ມີຍາດຕິພີ່ນ້ອງຖືກປະສົບເຄາະຮ້າຍຈາກໄພນ້ຳແກ່ງ, ນ້ຳຖ້ວມ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຂ້ອງ ສະເໜີໃຫ້ຄະນະພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ຫວຽດນາມ, ບັນດາຄະນະ, ຂະແໜງການ, ໝູ່ຄະນະຮີບເຮັ່ງປ້ອງກັນ, ຕ້ານພາຍຸ, ນ້ຳຖ້ວມ; ແກ້ໄຂຜົນຮ້າຍຢ້ອນຫລັງ; ຊ່ວຍເຫຼືອປະຊາຊົນສ້າງຊີວິດການເປັນຢູ່ເປັນປົກກະຕິ, ຟື້ນຟູການຜະລິດໂດຍໄວ.

ກ່າວຄຳເຫັນທີ່ລາຍການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ: ບັນດາຄວາມມານະພະຍາຍາມຂອງພັກ, ລັດ ແລະ ການຮ່ວມແຮງຮ່ວມໃຈຂອງວົງຄະນະຍາດ, ສັງຄົມ ໄດ້ສ້າງກຳລັງແຮງສັງລວມ, ຊ່ວຍກິດຈະການຫລຸດຜ່ອນຄວາມທຸກຍາກ ບັນລຸໄດ້ໝາກຜົນກະໂດດຂັ້ນ, ໄດ້ຮັບການຮັບຮູ້ຈາກປະຊາຊົນໃນທົ່ວະເທດ ແລະໄດ້ຮັບການຕີລາຄາສູງຈາກ ປະຊາຄົມສາກົນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດ, ອົງການຈັດຕັ້ງ, ບຸກຄົນຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງສືບຕໍ່ຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈພ້ອມກັບພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ມີບັນດາການເຄື່ອນໄຫວແທດຈິງ, ປະກອບສ່ວນອັນໃຫຍ່ຫລວງເຂົ້າໃນກິດຈະການຫລຸດຜ່ອນຄວາມທຸກຍາກກ່ວາອີກ ແລະ ຮັບປະກັນຊີວິດສັງຄົມ; ພິເສດແມ່ນເອົາໃຈໃສ່ການສະໜັບສະໜູນ, ຊ່ວຍເຫຼືອພໍ່ແມ່ປະຊາຊົນພາກກາງທີ່ຮັກແພງພວມຖືກ ເສຍຫາຍຢ່າງໜັກໜ່ວງຈາກໄພນ້ຳແກ່ງ, ນ້ຳຖ້ວນກໍ່ຂຶ້ນ.

ເນື່ອງໃນໂອກາດນີ້, ມີ 220 ຫົວໜ່ວຍ, ອົງການຈັດຕັ້ງ, ບຸກຄົນໄດ້ສະໜັບສະໜູນ ແລະ ໃຫ້ຄຳໝັ້ນໝາຍສະໜັບສະໜູນ ກອງທຶນ “ເພື່ອຄົນທຸກຍາກ” ແລະ ໂຄງການໜູນຊ່ວຍຊີວິດສັງຄົມ ດ້ວຍຈຳນວນເງິນເກືອບ 2.400 ຕື້ດົ່ງ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top