• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດເຊຍ ເຊື່ອມຕໍ່ບັນດາຖ້ຽວບິນໄປຍັງ ຫວຽດນາມ, ແຟງລັງ, ອິນເດຍ ແລະ ກາຕາ ຄືນໃໝ່

      ສຳນັກຂ່າວສານ Tass ຂອງ ລັດເຊຍ ໄດ້ໃຫ້ຂ່າວວ່າ, ລັດເຊຍ ຈະເຊື່ອມຕໍ່ບັນດາຖ້ຽວບິນໄປຍັງ ຫວຽດນາມ, ອິນເດຍ, ແຟງລັງ ແລະ ກາຕາ ຄືນໃໝ່ ນັບແຕ່ວັນທີ 27 ມັງກອນ ຈະມາເຖິງເປັນຕົ້ນໄປ, ດ້ວຍຈຳນວນ 2 ຫາ 3 ຖ້ຽວຕໍ່ ອາທິດ.
(ພາບປະກອບ: REUTERS/TTXVN)
      ແຈ້ງການດັ່ງກ່າວ ໂດຍສູນຕ້ານວິກິດການ ໂຄວິດ - 19 ຂອງ ລັດເຊຍ ໄດ້ຊີ້ແຈ້ງວ່າ: ພາຍຫຼັງທີ່ປຶກສາຫາລື ແລະ ພິຈາລະນາສະພາບການໂລກລະບາດຢູ່ບາງປະເທດ, ສູນຕ້ານວິກິດການໂຄວິດ - 19 ໄດ້ຕົກລົງເຊື່ອມຕໍ່ຖ້ຽວບິນສາກົນ ກັບບັນດາປະເທດ ຫວຽດນາມ, ອິນເດຍ, ແຟງລັງ ແລະ ກາຕາ ຄືນໃໝ່, ໂດຍເລີ່ມແຕ່ວັນທີ 27 ມັງກອນ ຈະມາເຖິງ ເປັນຕົ້ນໄປ. ລະອຽດແມ່ນ ຖ້ຽວບິນ ມົດສະກູ - ຮ່າໂນ້ຍ, ມົດສະກູ - ນິວ ເດລີ, ມົດສະກູ - Helsinki  ແລະ St. Petersburg ແມ່ນໄດ້ປະຕິບັດ 2 ຖ້ຽວຕໍ່ ອາທິດ; ສ່ວນຖ້ຽວບິນ ແຕ່ ມົດສະກູ ໄປ ໂດຮາ ໄດ້ປະຕິບັດ 3 ຖ້ຽວຕໍ່ ອາທິດ. 
ລັດເຊຍ ໄດ້ຢຸດເຄື່ອນໄຫວຂອງບັນດາຖ້ຽວບິນສາກົນ ນັບແຕ່ຊຸມອາທິດທຳອິດທີ່ເກີດໂລກລະບາດໂຄວິດ - 19 .
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top