• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດເຊຍບໍ່ຕັດການພົວພັນທາງການທູດກັບຢູແກຼນ


ປະທານາທິບໍດີ ລັດເຊຍ Vladimir Putin
(ພາບ: Telegraph)
      ວັນທີ 19/8, ຢູ່ ແຫຼມ Crimea, ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ອອກຖະແຫຼງວ່າ, ລັດ​ເຊຍ​ຈະບໍ່ຕັດ​ການ​ພົວພັນ​ທາງ​ການ​ທູດ​ກັບ​ ຢູ​ແກຼນ. ທ່ານ Putin ສະແດງຄວາມຫວັງວ່າ, ຢູ​ແກຼນ ຈະແກ້ໄຂວິກິດການທາງການທູດກັບມົດສະກູທີ່ເລີ່ມມາຈາກການກ່າວຫາກ່ຽວກັບກົນອຸບາຍກໍ່ການຮ້າຍຢູ່ແຫຼມນີ້ຢ່າງສະຫຼາດສະຫຼຽວ. ກ່າວຄວາມເຫັນທີ່​ການ​ປະຊຸມ​ກັບ​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ, ທ່ານ Putin ​ເນັ້ນ​ໜັກ​ວ່າ, ຈະ​ສ້າງ​ກາລະ​ໂອກາດ​ໃຫ້ການ​ພົບ​ປະ​ຄັ້ງ​ຕ່າງໆ ​ເພື່ອ​ພັດທະນາ​ສາຍ​ພົວພັນ​ກັບ ຢູ​ແກຼນ ​ແລະ ​ໃຫ້​ຮູ້​ວ່າ, ວົງ​ການ​ເຈົ້າ​ໜ້າ​ທີ່ ລັດ​ເຊຍ ກໍ່​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ປ້ອງ​ກັນ​ຄວາມ​ສະຫງົບ​ເພີ່ມ​ເຕີມ​ທີ່​ຈຳ​ເປັນ, ​ເພື່ອ​ຮັບປະກັນ​ໃຫ້​ແຫຼມ Crimea ​ໄດ້​ຮັບ​ການ​ປ້ອງ​ກັນ​ໃຫ້​ດີ​ທີ່​ສຸດ​ໃນ​ອະນາຄົດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top