• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີກະຊວງຕໍາຫຼວດ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ

      ສ່ວນທ່ານ ເອກອັກຄະລັດຖະທູດ ອາເມລິກາ Daniel Kritenbrink ຢັ້ງຢືນວ່າ ຈະຊຸກຍູ້ການພົວພັນຮ່ວມມືລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະ ບັນດາອົງການກ່ຽວຂ້ອງຂອງອາເມລິກາຢ່າງແຮງ. 

ທ່ານພົນເອກ ໂຕເລິມ, ລັດຖະໃຍຕີກະຊວງຕໍາຫຼວດຫວຽດນາມ ຕ້ອນຮັບທ່ານເອກອັກຄະລັດຖະທູດ
ອາເມລິກາ Daniel Kritenbrink (TTXVN)
      ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ Daniel Kritenbrink ເຊິ່ງໄດ້ດໍາເນີນໃນຕອນບ່າຍວັນທີ 13 ພະຈິກ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະໃຍຕີກະຊວງຕໍາຫຼວດຫວຽດນາມ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ທ່ານເອກອັກຄະລັດຖະທູດ ອາເມລິກາ ຈະສືບຕໍ່ມີບັນດາການປະກອບສ່ວນຢ່າງຕັ້ງໜ້າເພື່ອປັບປຸງ ແລະ ພັດທະນາສາຍພົວພັນຮ່ວມມືລະຫວ່າງສອງປະເທດ, ກໍຄືການພົວພັນຮ່ວມມືລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະ ບັນດາອົງການເຈົ້າໜ້າທີ່ ອາເມລິກາ  ກ່ຽວກັບບາງບັນຫາ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
        ສ່ວນທ່ານ ເອກອັກຄະລັດຖະທູດ ອາເມລິກາ Daniel Kritenbrink ຢັ້ງຢືນວ່າ ຈະຊຸກຍູ້ການພົວພັນຮ່ວມມືລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະ ບັນດາອົງການກ່ຽວຂ້ອງຂອງອາເມລິກາຢ່າງແຮງ, ຖືນີ້ແມ່ນປັດໄຈສໍາຄັນ ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຊຸກຍູ້ການພົວພັນຮ່ວມມືສອງຝ່າຍຕາມທິດນັບມື້ນັບມີປະສິດທິຜົນ, ແທດຈິງກວ່າໃນບັນດາຂົງເຂດ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການພັດທະນາ ແລະ ນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ສືບຕໍ່ກໍ່ສ້າງອົງຄະນະພັກ ແລະ ອົງຄະນະພັກທຸກຂັ້ນໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ເດັດດ່ຽວປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຄວາມຟຸ່ມເຟືອຍ ໄພຫຍໍ້ທໍ້ ດ້ວຍທິດນຳ “ບໍ່ມີເຂດມືດ” “ບໍ່ມີບ່ອນຫວ່າງ, ຈຸດມົວ” ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ.

Top