• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານມີຄວາມສາມາດຢ່າງພຽງພໍ ເພື່ອຄວບຄຸມໄພເງິນເຟີ້ປີ 2018

      ຕອນເຊົ້າວັນທີ 27 ທັນວາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຫົວໜ້າຄະນະຊີ້ນຳບໍລິຫານລາຄາ

ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ (ພາບ: VGP)
      ເປັນປະທານກອງປະຊຸມທ້າຍປີເພື່ອຕີລາຄາກ່ຽວກັບວຽກງານບໍລິຫານລາຄາປີ 2017, ວາງທິດທາງ, ແຜນການ ແລະ ມາດຕະການຄວບຄຸມໄພເງິນເຟີ້ໃຫ້ຢູ່ໃນລະດັບຕ່ຳກ່ວາ 4% ໃນປີ 2018 ຕາມມະຕິຂອງສະພາແຫ່ງຊາດ. ກ່າວຄຳເຫັນທີ່ກອງປະຊຸມ ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຫົວໜ້າຄະນະຊີ້ນຳໃຫ້ຂໍ້ສັງເກດວ່າ ວຽກງານຄຸ້ມຄອງລາຄາປີ 2017 ແມ່ນຕິດແທດກັບຄາດໝາຍທີ່ສະພາແຫ່ງຊາດວາງອອກ; ບັນດາກະຊວງ, ຂະແໜງການເປັນເຈົ້າການ, ຕັ້ງໜ້າໃນການບໍລິຫານ, ສົມທົບກັນບໍລິຫານບັນດາປະເພດສິນຄ້າຈຳເປັນ. ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ກໍ່ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆສືບຕໍ່ປະຕິບັດວຽກງານຖະແຫຼງຂ່າວສື່ສານແກ່ສື່ມວນຊົນເປັນຢ່າງດີ ເພື່ອແນໃສ່ແບ່ງປັນ, ໃຫ້ຂ່າວຢ່າງຊັດເຈນ ມີວິທະຍາສາດ ແລະ ບໍ່ກໍ່ກຳລັງດັນໃຫ້ຕະຫລາດ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປະ​ກາດ​​ຍຸບ ສະ​ພາ​ຕ່ຳ

ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປະ​ກາດ​​ຍຸບ ສະ​ພາ​ຕ່ຳ

ການຕັດສິນໄດ້ຍົກອອກມາພາຍຫຼັງ 2 – 3 ນາທີ ເມື່ອພັກປະຊາຊົນ ໄດ້ຍື່ນຂໍ້ສະເໜີແນະບໍ່ໄວ້ວາງໃຈ ຕາມມາດຕາທີ 151 ຂອງລັດຖະທຳມະນູນ, ໃນຂະນະທີ່ສະມາຊິກລັດຖະສະພາຈຳນວນໜຶ່ງຂອງ ພັກພູມໃຈໄທ ປ່ອນບັດຄ້ານໃນວາລະລົງປະຊາມະຕິປະຕິຮູບ ລັດຖະທຳມະນູນ.

Top