• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານຈັດຕັ້ງກອງປະຊຸມປະຈຳເດືອນ ມັງກອນ 2018

ວັນທີ 02 ກຸມພາ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ລັດຖະບານໄດ້ປະຊຸມວາລະປະຈຳເດືອນ ມັງກອນ 2018.

 ກອງປະຊຸມປະຈຳເດືອນ ມັງກອນ 2018

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາວ່າ ເລີ່ມຕົ້ນປີໃໝ່ 2018 ມີບາງຕົວເລກຄາດໝາຍປະຕິບັດໄດ້ດີກ່ວາເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017 ເປັນຕົ້ນແມ່ນບັນດາສູນເສດຖະກິດໃຫຍ່. ເຖິງຢ່າງໃດກໍ່ຕາມ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນບໍ່ໄດ້ລະເຫລີງ, ບໍ່ປະໝາດ, ບໍ່ພໍໃຈກັບໝາກຜົນຂອງເດືອນ ມັງກອນ 2018. ຕໍ່ໜ້າກັບສະພາບໜາວຈັດທີ່ພວມເກີດຂຶ້ນ, ທ່ານນາຍົກລັດຖະມົນຕີສະເໜີວ່າ:

        “ນີ້ແມ່ນເດືອນໜາວຈັດທີ່ສຸດ, ພິເສດ ແມ່ນຍັງມີເວລາພຽງກ່ວາ 10 ວັນເທົ່ານັ້ນ ກໍ່ຈະຮອດບຸນເຕັດ ດັ່ງນັ້ນ ໃນກອງປະຊຸມນີ້ ຂ້າພະເຈົ້າສະເໜີວ່າ ຕ້ອງເອົາໃຈໃສ່ກ່ວາອີກເຖິງບັນຫາສຸຂະພາບຂອງປະຊາຊົນ. ໄປຄຽງຄູ່ກັນນັ້ນ ແມ່ນແຜນການປູກພືດລ້ຽງສັດໃນສະພາບໜາວຈັດແກ່ຍາວ ແມ່ນຕ້ອງຊີ້ນຳຄືແນວໃດ. ນີ້ແມ່ນເລື່ອງທີ່ຂະແໜງກະສິກຳ, ຂະແໜງສາທາລະນະສຸກຕ້ອງມີມາດຕະການແກ້ໄຂ.

        ບຸນເຕັດແມ່ນຮີດຄອງປະເພນີທີ່ເປັນມູນເຊື້ອມາແຕ່ດົນນານແລ້ວ, ມີຜົນກະທົບຕໍ່ ການເຄື່ອນໄຫວທັງໝົດໃນຊີວິດສັງຄົມ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຮັບປະກັນກ່ຽວກັບລະຫວ່າງການສະໜອງກັບຄວາມຕ້ອງການ, ກ່ຽວກັບຄວາມປອດໄພໃນສັງຄົມ, ການຈາລາຈອນຄົມມະນາຄົມ…

(ແຫຼ່ງຄັດຈາກ VOV)


10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top