• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານຈັດກອງປະຊຸມປະຈຳເດືອນ 1/2017

ລັດຖະບານຈັດກອງປະຊຸມປະຈຳເດືອນ 1/2017
           ຕອນ​ເຊົ້າ​ວັນ​ທີ 3/2, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເປັນ​ປະທານ​ກອງ​ປະຊຸມ​ລັດຖະບານ​ປະຈຳ​ເດືອນ 1/2017. ກ່າວ​ຄວາມ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກຕີ​ລາຄາ​ວ່າ, ພາຍຫຼັງ 9 ​ເດືອນ​ແຫ່ງ​ການ​ເຄື່ອນ​ໄຫວ, ​ໃນ​ເບື້ອງ​ຕົ້ນ, ລັດຖະບານ​ອາຍຸ​ການ​ໃໝ່​ໄດ້​ຮັບ​ຄວາມ​ເຊື່ອ​ໝັ້ນ​ຈາກ​ປະຊາຊົນ ​ແລະ ລະບົບ​ການ​ເມືອງ, ລັດຖະບານ​ຕັດສິນ​ໃຈ​ຮັກສາ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ນັ້ນ.
      “ທີ່​ກອງ​ປະຊຸມ​ຕົ້ນ​ປີ​ມື້​ນີ້, ພວກ​ເຮົາ​ຢືນຢັນ​ອີກ​ເທື່ອ​ໜຶ່ງ​ວ່າ, ພວກ​ເຮົາ​ຕັດສິນ​ໃຈ​ຮັກສາ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ນັ້ນຕໍ່​ປະຊາຊົນ, ຕໍ່​ພັກ ແລະ ລະບົບ​ການ​ເມືອງ. ທຳ​ອິດ​ພວກ​ເຮົາ​ຕ້ອງ​ທະວີຄູນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ນັ້ນ​ດ້ວຍ​ບັນດາ​ການ​ກະທຳ​ລະອຽດ. ນັ້ນ​ແມ່ນ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ເສດຖະກິດ​ສັງຄົມ, ປະຕິບັດ​ບັນດາ​ໜ້າ​ທີ່​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ການ​ພົວພັນ​ກັບຕ່າງປະ​ເທດ​ຂອງປະ​ເທດ​ຊາດ​ໃຫ້​ດີ; ປະຕິບັດ​ບັນດາ​ຄາດໝາຍ, ໜ້າ​ທີ່​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ມະຕິ​ກ່ຽວ​ກັບ​ແຜນການ​ເສດຖະກິດ​ສັງຄົມ​ປີ 2017 ເປັນ​ຢ່າງ​ດີ“.
        ພ້ອມ​ກັນ​ນັ້ນ, ລັດຖະບານ​ກໍ່​ຕັດສິນ​ໃຈ​ກໍ່ສ້າງ​ລັດຖະບານ​ແຫ່ງ​ການ​ສ້າງສາ, ຊື່​ກົງບໍລິສຸດ, ກະທຳ​ຢ່າງ​ແຮງ​ເພື່ອ​ຮັບ​ໃຊ້​ປະຊາຊົນ ​ແລະ ວິ​ສາ​ຫະກິດ.
      ​ໄປ​ພ້ອມ​ກັບ​ການ​ພັດທະນາ​ເສດຖະກິດ, ທ່ານ​ນາຍົກລັດຖະມົນຕີ ຍັງຕັກ​ເຕືອນບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ ຄວນ​ສືບ​ຕໍ່​ຮັບປະກັນ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ, ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ການ​ສຶກສາ, ຮັບປະກັນ​ຊີວິດ​ສັງຄົມ​ໃຫ້​ປະຊາຊົນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ທ່ານ​ນາຍົກລັດຖະມົນຕີ ຍັງ​ຊີ້​ນຳ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ຄວນ​ໃກ້ຊິດຕິດ​ແທດ​ກັບ​ສະພາບ​ການ​ໂລກ ​ແລະ ພາຍ​ໃນ​ປະ​ເທດ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ວາງ​ອອກ​ຂອງ​ປະ​ເທດ​ຊາດ.
 (​ແຫຼ່ງຄັດ​ຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top