• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີພະນັກງານການແພດ, ນັກສຶກສາແພດສາດການຢາກວ່າ 2.700 ຄົນໄປໜູນຊ່ວຍແຂວງບັກນິງ ແລະ ບັກຢາງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

ນີ້ແມ່ນການລະດົມກຳລັງແພດໝໍຫຼາຍທີ່ສຸດໃນທົ່ວປະເທດນັບແຕ່ກ່ອນມາຮອດປະຈຸບັນ, ເພື່ອແນໃສ່ໜູນຊ່ວຍຂະແໜງສາທາລະນະສຸກຂອງ 2 ທ້ອງຖິ່ນໃນການປ້ອງກັນ, ຕ້ານໂລກລະບາດ.
ພະນັກງານ, ຄູອາຈານ, ນັກສຶກສາຈາກຫຼາຍໂຮງໝໍເຂົ້າຮ່ວມການໜູນຊ່ວຍປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ແຂວງ ບັກນິງ ແລະ ບັກຢາງ. (ພາບ: TTXVN)

ໄລ່ຮອດວັນທີ 31 ພຶດສະພາ, ມີພະນັກງານ, ຄູອາຈານ, ນັກສຶກສາຈາກຫຼາຍໂຮງໝໍ, ສະຖານບັນ ແລະ ບັນດາຮາກຖານສາທາລະນະສຸກແຂວງ, ນະຄອນ; ນັກສຶກສາບັນດາມະຫາວິທະຍາໄລ, ວິທະຍາໄລແພດສາດ, ການຢາ ແລະ ກຳລັງແພດໝໍຂອງກອງທັບ, ຕຳຫຼວດລວມ 2.743 ຄົນໄດ້ເຂົ້າຮ່ວມການໜູນຊ່ວຍປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ 2 ຈຸດຮ້ອນເຮັ່ງນັ້ນແມ່ນແຂວງ ບັກນິງ ແລະ ບັກຢາງ. ຕາມທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທັງລອງ ແລ້ວ, ນີ້ແມ່ນການລະດົມກຳລັງແພດໝໍຫຼາຍທີ່ສຸດໃນທົ່ວປະເທດນັບແຕ່ກ່ອນມາຮອດປະຈຸບັນ, ເພື່ອແນໃສ່ໜູນຊ່ວຍຂະແໜງສາທາລະນະສຸກຂອງ 2 ທ້ອງຖິ່ນໃນການປ້ອງກັນ, ຕ້ານໂລກລະບາດ.

ຄຽງຂ້າງການລະດົມກຳລັງມາໜູນຊ່ວຍ 2 ທ້ອງຖິ່ນດັ່ງກ່າວໂດຍກົງໃນການປ້ອງກັນ, ຕ້ານໂລກລະບາດແລ້ວ, ບັນດານັກຊ່ຽວຊານແຖວໜ້າກ່ຽວກັບການປິ່ນປົວໃນທົ່ວປະເທດຂອງອະນຸກຳມະການປິ່ນປົວຂຶ້ນກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ສະພາວິຊາສະເພາະກໍ່ໄດ້ກວດບົ່ງມະຕິພະຍາດໂດຍກົງບັນດາກໍລະນີເຈັບໜັກ, ສຸມໃສ່ປຶກສາຫາລືຍົກອອກແບບແຜນປິ່ນປົວທີ່ເໝາະສົມທີ່ສຸດໃຫ້ແກ່ຄົນເຈັບ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top