• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມາເລເຊຍ ຮຽກຮ້ອງໃຫ້ມີການກະທຳໃນທັນທີກ່ຽວກັບບັນຫາຊາວ Rohingya

      ກ່າວຄຳເຫັນທີ່ກອງປະຊຸມຂອງກຸ່ມຕິດຕໍ່ພົວພັນກ່ຽວກັບບັນຫາຊາວ Rohingya ຂອງອົງການຮ່ວມມືມຸດສະລິມ (OIC) ຢູ່ ນິວຢອກ ໃນໄລຍະມໍ່ໆມານີ້
ສະພາບການຢູ່ລັດ Rakhine ຂອງປະເທດ ມຽນມາ ພາບ: AP
      ທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ Anifah Aman ເນັ້ນໜັກວ່າ ມາເລເຊຍ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງຂອງ ອາຊຽນ ມີໄພປະເຊີນໜ້າຕໍ່ຄວາມຂາດສະຖຽນລະພາບຢ່າງຮ້າຍແຮງໃນພາກພື້ນ ຖ້າຫາກສະພາບການຢູ່ລັດ Rakhine ຂອງປະເທດ ມຽນມາ ບໍ່ໄດ້ຮັບການແກ້ໄຂ, ເພາະສະນັ້ນ ບັນດາປະເທດຕ້ອງມີການກະທຳໃນທັນທີ. ທ່ານ Anifah Aman ຖືວ່າ: ສະພາບການຂາດສະຖຽນລະພາບຢູ່ ມຽນມາ ຈະແມ່ນສະຖານທີ່ ເພື່ອໃຫ້ບັນດາກຸ່ມຫົວຮຸນແຮງ, ໃນນັ້ນມີອົງການ “ລັດອິດສະລາມ” (IS) ຮັບສະໝັກ ແລະ ສ້າງຖານທີ່ໝັ້ນຢູ່ ອາຊີຕາເວັນອອກ ແລະ ອາຊີໃຕ້. ນອກນັ້ນ, ສະພາບການໃຊ້ຄວາມຮຸນແຮງຢູ່ລັດ Rakhine ຈະສົ່ງຜົນສະທ້ອນຢ່າງໃຫຍ່ຫລວງຕໍ່ວົງຄະນະຍາດຊາວ Rohingya ກໍ່ຄືພົນລະເມືອງຢູ່ບັນດາປະເທດບ້ານໃກ້ເຮືອນຄຽງ. ຕາມນັ້ນແລ້ວ, ມາເລເຊຍ ຮຽກຮ້ອງລັດຖະບານ ມຽນມາ ສ້າງເງື່ອນໄຂໃຫ້ບັນດາການເຄື່ອນໄຫວອຸປະຖຳດ້ານມະນຸດສະທຳຢູ່ລັດ Rakhine.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top