• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບລາງວັນ “ດາວເດືອນຈຽງ” ແລະ ຍ້ອງຍໍ “ນັກສຶກສາ 5 ດີ”


ພິ​ທີມອບລາງວັນ “ດາວເດືອນຈຽງ”
(ພາບ: TTXVN)
      ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 67 ປີ​ແຫ່ງວັນ​ມູນ​ເຊື້ອ​ນັກ​ຮຽນ, ນັກ​ສຶກ​ສາ ແລະ ສະ​ມາ​ຄົມ​ນັກ​ສຶກ​ສາ​ຫວຽດ​ນາມ (09/01/1950 – 09/01/2016), ຕອນ​ຄ່ຳ​ວັນ​ທີ 08/01, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ສູນ​ກາງ​ສະ​ມາ​ຄົມ​ນັກ​ສຶກ​ສາ​ຫວຽດ​ນາມ ໄດ້​ຈັດ​ພ​ິ​ທ​ີ​ມອບ​ລາງວັນ “ດາວ​ເດືອນ​​ຈຽງ” ແລະ ຍ້ອງ​ຍໍ “ນັກ​ສຶກ​ສາ 5 ດີ”, “ໝູ່​ຄະ​ນະນັກ​ສຶກ​ສາ 5 ດີ” ຂັ້ນ​ສູນ​ກາງ ປີ 2016. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ນາງ ເຈືອງ​ທິ​ມາຍ, ຫົວ​ໜ້າ​ຄະ​ນະ​ຂົນ​ຂວ​າຍ​ປະ​ຊາ​ຊົນ​ສູນ​ກາງ, ເນັ້ນ​ໜັກ​ວ່າ.
        “ດ້ວຍ​ຖາ​ນະ​ແມ່ນ​ອົງ​ການ​ການ​ເມືອງ - ສັງ​ຄົມ​ຂອງ​ນັກ​ສຶກ​ສາ, ສະ​ມາ​ຄົມ​ນັກ​ສຶກ​ສາ​ຫວຽດ​ນາມ ໄດ້​ສວ​ມ​ບົດ​ບາດ​ຕັ້ງ​ໜ້າ, ລະ​ດົມ​ກຳ​ລັງ​ໃຈ, ສົ່ງ​ເສີມ​ນັກ​ສຶກ​ສາ​ຫວຽດ​ນາມ ​ກຽມພ້ອມ​​ໃຫ້​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ປະ​ເທດ​ຊາດ. ດ້ວຍຄວາມ​ໄຝ​ຝັນ ແລະ ຄວາມ​ກະ​ຕື​ລື​ລົ້ນ​ຂອງ​ໄວ​ໜຸ່ມ, ນັກ​ສຶກ​ສາ​ຫວຽດ​ນາມ ລຸນ​ປະ​ຈຸ​ບັນ​ຈະ​ສົມ​ກັນ​ມູນ​ເຊື້ອ​ອັນ​ສະ​ຫງ່າ​ລາ​ສີ​ຂອງ​ລຸ​່ນ​ກ່ອນໆ”
        ປີ 2017, ນາມ​ມະ​ຍົດ “ນັກ​ສຶກ​ສາ 5 ດີ” ຂັ້ນ​ສູນ​ກາງ​ໄດ້​ມອບ​ໃຫ້​ນັກ​ສຶກ​ສາ​ດີ​ເດັ່ນ 53 ຄົນ; ນາມ​ມະ​ຍົດ “ໝູ່​ຄະ​ນະນັກ​ສຶກ​ສາ 5 ດີ” ຂັ້​ນ​ສູນ​ກາງ​ໄດ້​ມອບ​ໃຫ້ 12 ໝູ່​ຄະ​ນະ; ລາງວັນ “ດາວ​ເດືອນ​​ຈຽງ” ປີ 2016 ແມ່ນ​ຍ້ອງ​ຍໍ​​ໃຫ້ນັກ​ສຶກ​ສາ​ດີ​ເດັ່ນ 100 ຄ​ົນ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top