• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບລາງວັນການເສັງຂຽນ “ແບບຢ່າງຄູອາຈານຫວຽດນາມ” ປີ 2017

      ວັນທີ 14 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງສຶກສາ ແລະ ບຳລຸງສ້າງໄດ້ສົມທົບກັບກຳມະບານຂະແໜງສຶກສາຫວຽດນາມ ຈັດຕັ້ງພິທີສະຫຼຸບ ແລະ ມອບລາງວັນກ່ຽວກັບການເສັງ “ແບບຢ່າງຄູອາຈານຫວຽດນາມ” ປີ 2017

ພິທີມອບລາງວັນການເສັງຂຽນ ແບບຢ່າງຄູອາຈານຫວຽດນາມປີ 2017
(ພາບ: VGP)
      ພາຍຫຼັງປຸກລະດົມມາເປັນເວລາ 5 ເດືອນ, ໄລ່ຮອດວັນທີ 09 ຕຸລາ 2017, ຄະນະຈັດຕັ້ງການເສັງລະດັບຊາດ ໄດ້ຮັບບົດເສັງ 300 ບົດຈາກ 76 ຫົວໜ່ວຍ, ເຊິ່ງໄດ້ຄັດເລືອກຈາກເກືອບ 7.000 ບົດເສັງໃນຮອບຄັດເລືອກ. ບັນດາບົດເສັງແມ່ນເລື່ອງລາວທີ່ມີມູນຄວາມຈິງ, ມີຊີວິດຊີວາກ່ຽວກັບແບບຢ່າງຄູອາຈານ ສຸດຈິດສຸດໃຈເພື່ອນັກຮຽນຂອງຕົນ, ບັນດາແບບຢ່າງຄູອາຈານຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນ, ແຂ່ງຂັນ “ສອນດີ, ຮຽນເກັ່ງ” ແລະ “ປ່ຽນໃໝ່ໃນການຮຽນການສອນຢ່າງມີຫົວຄິດປະດິດສ້າງ”… ບົນພື້ນຖານຕີລາຄາ ແລະ ໝາກຜົນບົດເສັງຂອງຄະນະກຳມະການກວດສອບ, ຄະນະຈັດຕັ້ງຕົກລົງມອບລາງວັນພິເສດ 2 ລາງວັນ, ລາງວັນທີໜຶ່ງ 2 ລາງວັນ, ລາງວັນທີສອງ 4 ລາງວັນ.
 (ແຫຼ່ງຄັດຈາກ VOV)
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top