• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພົວພັນແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ - ລາວ ຄັ້ງທີ 1 ປີ 2017

      ຕອນຄ່ຳວັນທີ 22 ກໍລະກົດ, ທີ່ເມືອງ ໂມກເຈົາ ແຂວງ ເຊີນລາ, ກະຊວງປ້ອງກັນປະເທດ, ກອງບັນຊາການທະຫານປ້ອງກັນຊາຍແດນ ຫວຽດນາມ ຈັດຕັ້ງລາຍການພົວພັນແລກປ່ຽນພິເສດ “ໄມຕິຈິດມິດຕະພາບຊາຍແດນ ຫວຽດ - ລາວ”. 

ລາຍການພົວພັນແລກປ່ຽນພິເສດ “ໄມຕິຈິດມິດຕະພາບຊາຍແດນ ຫວຽດ - ລາວ” (ພາບອິນເຕີແນັດ) 
      ນີ້ແມ່ນລາຍການພົວພັນແລກປ່ຽນຄັ້ງທຳອິດ ໄດ້ຮັບການຜັນຂະຫຍາຍຢູ່ເສັ້ນຊາຍແດນ ຫວຽດນາມ - ລາວ ເພື່ອແນໃສ່ເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງອຳນາດການປົກຄອງ, ປະຊາຊົນ ແລະ ກຳລັງປ້ອງກັນຊາຍແດນ 2 ປະເທດ; ຍູ້ແຮງການພົວພັນສົມທົບກັນຄຸ້ມຄອງ, ປ້ອງກັນຊາຍແດນ, ຄວບຄຸມຄົນເຂົ້າອອກເມືອງ, ສູ້ຊົນປ້ອງກັນ, ຕ້ານອາດຊະຍາກຳລະຫວ່າງກຳລັງທະຫານປ້ອງກັນຊາຍແດນ ຫວຽດນາມ ກັບກຳລັງປ້ອງກັນຊາຍແດນ ລາວ; ປະກອບສ່ວນສ້າງຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ. ທີ່ລາຍການພົວພັນແລກປ່ຽນ, ບັນດາແຂກຖືກເຊີນຂອງ 2 ປະເທດ ຫວຽດນາມ, ລາວ ສືບຕໍ່ຢືນຢັນກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ; ພ້ອມທັງແບ່ງປັນກ່ຽວກັບວຽກງານພົວພັນຕ່າງປະເທດອຳນາດການປົກຄອງ, ພົວພັນແລກປ່ຽນປະຊາຊົນ, ການຕ່າງປະເທດຊາຍແດນ ແລະ ການສົມທົບກັນໃນການປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາອະທິປະໄຕຄວາມສະຫງົບປອດໄພຊາຍແດນ…
 (ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top