• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພົບປະໄມຕີຈິດມິດຕະພາບ ລະຫວ່າງຫວຽດນາມ - ລາວ

ວັນທີ 11 ມີນາ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ (ສະຫະພັນບັນດາອົງການມິດທະພາບຫວຽດນາມ) ໄດ້ຈັດການພົບປະສັງສັນໄມຕີຈິດມິດຕະພາບ ລະຫວ່າງຫວຽດນາມ - ລາວ ເນື່ອງໃນໂອກາດຕ້ອນຮັບປີໃໝ່ ປີ ຈໍ 2018 ແລະ ສະເຫຼີມສະຫຼອງບຸນປີໃໝ່ລາວ.

ຜູ້ແທນສອງປະເທດເຂົ້າຮ່ວມການພົບປະ (ພາບ:Dangcongsan.vn)

ກ່າວຄຳເຫັນທີ່ການພົບປະ, ທ່ານ ເຈີນວັນຕຸຍ ປະທານ ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຝາກຄຳອວຍພອນໄຊອັນປະເສີດມາຍັງພະນັກງານຂອງສະຖານທູດລາວ ແລະ ບັນດານັກສຶກສາລາວທີ່ກຳລັງຮ່ຳຮຽນຢູ່ຫວຽດນາມ ເນື່ອງໃນໂອກາດປີ ໃໝ່ລາວ (ເຊິ່ງຈະໄດ້ດຳເນີນໃນກາງເດືອນ 04/2018). ທ່ານ ເຈີນວັນຕຸຍ ປະທານ ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວໃຫ້ຮູ້ວ່າ ປີ 2017, ປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ ເປັນປີມີຄວາມໝາຍທີ່ສຸດສຳລັບສອງປະເທດ ເຊິ່ງມີການເຄື່ອນໄຫວຫຼາຍຢ່າງ ໄດ້ຈັດຂຶ້ນຢູ່ສອງປະເທດ. ສິ່ງທີ່ໜ້າປະທັບໃຈ ແມ່ນງານຊຸມນຸມມິດຕິງ ສະເຫຼີມສະຫຼອງ 40 ປີແຫ່ງວັນລົງນາມສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2017) ແລະ 55 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງຫວຽດນາມ - ລາວ (5 ກັນຍາ 1962 – 5 ກັນຍາ 2017) ໄດ້ຈັດຂຶ້ນໃນວັນທີ 18 ກໍລະກົດ ຢູ່ນະຄອນຫຼວງຂອງສອງປະເທດ.

        ການພົບປະສັງສັນໄດ້ດຳເນີນໃນບັນຍາກາດທີ່ເຕັມໄປດ້ວຍຄວາມໄມຕີຈິດມິດຕະພາບອັນແໜ້ນແກ່ນ ບັນດາຜູ້ແທນເຂົ້າຮ່ວມລາຍການໄດ້ຮັບຊົມລາຍການສິລະປະທີ່ເປັນເອກະລັກສະເພາະ ໂດຍນັກສຶກສາລາວທີ່ພວມຮ່ຳຮຽນຢູ່ຫວຽດນາມສະແດງ.

(ແຫຼ່ງຄັດຈາກ VOV)


ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ

Top