• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີສະ​ເຫຼີມ​ສະ​ຫຼອງວັນ​ເປີດ​ເສັ້ນ​ທາງ ໂຮ່​ຈີ​ມິນ ຢູ່ທະ​ເລ ຄົບ​ຮອບ 60 ປີ

ຕອນເຊົ້າວັນທີ 22 ຕຸລາ, ຢູ່ນະຄອນ ຫ໋າຍຟ່ອງ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນເປີດເສັ້ນທາງ ໂຮ່ຈີມິນ ຢູ່ ທະເລ (23/10/1961 – 23/10/2021) ຄົບຮອບ 60 ປີ ຢ່າງສົມກຽດ. ທ່ານພົນເອກ ຟານວັນຢາງ ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານພິທີ.
ທ່ານພົນໂທ ເລຮຸຍຫວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ກ່າວຄຳເຫັນທີ່ພິທີ

ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ເລຮຸຍຫວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຢັ້ງຢືນວ່າ:

        “ເສັ້ນທາງໂຮ່ຈີມິນ ຢູ່ທະເລ ແມ່ນລັດຖະນະໂຍບາຍທີ່ຖືກຕ້ອງ, ມີຫົວຄິດປະດິດສ້າງເປັນມີເອກະລັກ, ສະແດງໃຫ້ເຫັນຈິນຕະນາການ ແລະ ວິໄສທັດຍຸດທະສາດ, ສະຫຼາດຫຼັກແຫຼມຂອງພັກ ແລະ ປະທານ ໂຮ່ຈີມິນ ໃນສິລະປະຊີ້ນຳສົງຄາມປະຕິວັດ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອວິລະຊົນຕ້ານສັດຕູຈາກພາຍນອກເຂົ້າມາຮຸກຮານຂອງລຸ້ນພໍ່ລຸ້ນອ້າຍໃນຍຸກສະໄໝໃໝ່. ນີ້ແມ່ນເສັ້ນທາງທີ່ສະແດງໃຫ້ເຫັນຄວາມຕັດສິນໃຈ, ເຈດຈຳນົງ “ບໍ່ມີຫຍັງປະເສີດເລີດລ້ຳກວ່າເອກະລາດ, ເສລີພາບ”, “ປະເທດ ຫວຽດນາມ ເປັນໜຶ່ງ, ຊາດ ຫວຽດນາມ ເປັນໜຶ່ງ” ແລະ ຄວາມຄາດຫວັງຢ່າງແຮງກ້າ “ເໜືອ - ໃຕ້ ໂຮມເຂົ້າກັນເປັນປຶກໜຶ່ງແຜ່ນດຽວ”, ບໍ່ມີຄວາມຫຍຸ້ງຍາກກີດຂວາງໃດ, ສັດຕູໂຕໃດສາມາດມາກີດກັ້ນໄດ້”.

        ການກຳເນີດຂອງກອງກຳລັງ 759 ພ້ອມກັບການທະລຸເສັ້ນທາງລຳລຽງຍຸດທະສາດເໜືອ - ໃຕ້ ຢູ່ທະເລ ກໍແມ່ນວັນມູນເຊື້ອຂອງກອງກຳລັງ 759, ໄລຍະຕໍ່ມາປ່ຽນເປັນກອງກຳລັງ 125 ແລະ ປັດຈຸບັນແມ່ນ ກອງພົນນ້ອຍ 125 ກອງທັບເຮືອວິລະຊົນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top