• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິມ​ຈຳ​ໜ່າຍປຶ້ມກ່ຽວ​ກັບ​ຄຳກ່າວປາ​ໄສ, ບົດ​ຂຽນ, ບົດ​ຕອບ​ສຳ​ພາດ​ຂອງ​ທ່ານ ເລ​ຂາ​ທິ​ການ​ໃໝ່, ປະ​ທານ​ປະ​ເທດ ຫງວຽນ​ຝູຈ້ອງ

ປຶ້ມ“ ຕັດສິນໃຈສະກັດກັ້ນ ແລະ ຍູ້ຖອຍການສໍ້ຫຼາດບັງຫຼວງ" ຊ່ວຍໃຫ້ບັນດາຂັ້ນ, ຂະແໜງການ, ບັນດາທ້ອງຖິ່ນ, ບັນດາອົງການພັກ ແລະ ປະຊາຊົນກຳແໜ້ນ, ຊາບຊືມ ແລະ ຜັນຂະຫຍາຍ ວຽກງານສຳຄັນນີ້ຢ່າງມີປະສິດທິຜົນ.

ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ (ພາບ: TTXVN)

ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສຶເທິດ (ຄວາມຈິງ) ໄດ້ ຈັດພິມຈຳໜ່າຍປຶ້ມດ້ວຍຊື່ວ່າ “ ຕັດສິນໃຈສະກັດກັ້ນ ແລະ ຍູ້ຖອຍການສໍ້ຫຼາດບັງຫຼວງ” ໂດຍຄັດສະເໜີຄຳກ່າວປາໄສ, ບົດຂຽນ, ບົດຕອບສຳພາດຂອງ ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ. ປຶ້ມດັ່ງກ່າວແນໃສ່ຫັນການຊີ້ນຳຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ຫຼາດບັງຫຼວງເປັນລະບົບ, ຊ່ວຍໃຫ້ບັນດາຂັ້ນ, ຂະແໜງການ, ບັນດາທ້ອງຖິ່ນ, ບັນດາອົງການພັກ ແລະ ປະຊາຊົນກຳແໜ້ນ, ຊາບຊືມ ແລະ ຜັນຂະຫຍາຍ ວຽກງານສຳຄັນນີ້ຢ່າງມີປະສິດທິຜົນ.

        ປຶ້ມດັ່ງກ່າວລວມມີ31 ບົດກ່າວຄຳເຫັນ, ບົດຂຽນ, ການຕອບສຳພາດ  ຂອງ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ຫຼາດບັງຫຼວງ, ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ໂດຍສະເພາະແມ່ນແຕ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຈົນຮອດປັດຈຸບັນ.

(ແຫຼ່ງຄັດຈາກ VOV)


ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top