• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີໄວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ລາວ

ຕອນເຊົ້າວັນທີ 10 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ແຫ່ງຊາດເນີ່ມ ທີ່ເມືອງເຮືອງເຊີນ, ແຂວງຮ່າຕິ້ງ, ຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ໄດ້ຈັດພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ, ທະຫານອາສາສະໝັກ, ຜູ້ຊ່ຽວຊານຫວຽດນາມ 6 ຊຸດທີ່ໄດ້ເສຍສະຫຼະຊີວິດຢູ່ລາວ.


(ພິທີປົງສົບຢູ່ສຸສານເນີ່ມ. ພາບ: 
baohatinh.vn)

ເຂົ້າຮ່ວມພິທີດັ່ງກ່າວມີຜູ້ຕາງໜ້າຄະນະປະຕິບັດງານພິເສດຂອງລັດຖະບານ, ກອງບັນຊາການທະຫານເຂດ 4, ການນຳນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊຂອງລາວ, ການນຳແຂວງຮ່າຕິ້ງ ພ້ອມດ້ວຍພະນັກງານ, ປະຊາຊົນ, ຍາດຕິພີ່ນ້ອງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດເປັນຈຳນວນຫຼວງຫຼາຍ.

  ກ່າວຄຳເຫັນທີ່ພິທີ, ການນຳແຂວງຮ່າຕິ້ງ ແລະ ແຂວງບໍລິຄຳໄຊ ໄດ້ສະແດງຄວາມໂສກເສົ້າເສຍໃຈ ແລະ ຄວາມຮູ້ບຸນຄຸນທີ່ມີຕໍ່ບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີ່ໄດ້ອຸທິດຊີວິດເລືອດເນື້ອຂອງຕົນເພື່ອນ້ຳໃຈສາມັກຄີຫວຽດນາມ-ລາວ, ເພື່ອພາລະກິດສາກົນອັນສູງສົ່ງ.

  ກ່ອນໜ້ານັ້ນ, ໃນຕອນແລງຂອງວັນທີ 9 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ແຫ່ງຊາດເນີ່ມ ທີ່ເມືອງເຮືອງເຊີນ, ແຂວງຮ່າຕິ້ງ, ຄະນະຊາວໜຸ່ມແຂວງຮ່າຕິ້ງ, ຄະນະບໍລິຫານງານພຸດທະສາສະໜາແຂວງຮ່າຕິ້ງ ໄດ້ຈັດພິທີສູດມົນພາວະນາເຖິງດວງວີນຍານບັນດານັກວິລະຊົນ, ນັກຮົບ, ທະຫານອາສາມະໝັກ, ຜູ້ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ລາວ.

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top