• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີໄວ້ອາໄລເ​ຄົາລົບສົບປະທານປະເທດ ເຈິ່ນດ້າຍກວາງ ​ຈັດ​ຂຶ້ນຢ່າງສົມກຽດ

ຕອນເຊົ້າວັນທີ 27 ກັນຍາ, ຢູ່ຫໍຈັດພິທີງານສົບແຫ່ງຊາດເຮືອນເລກທີ 5 ຖະໜົນ ເຈິ່ນແທ໊ງຕົງ, ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລເຄົາລົບສົບທ່ານປະທານປະເທດ ເຈິ່ນດ້າຍກວາງ ຂຶ້ນຢ່າງສົມກຽດ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ທ່ານນາງດັ້ງທິງອັກທິ້ງ ຜູ້ຮັກສາການປະທານປະເທດ ພ້ອມດ້ວຍບັນດາການນຳ, ອະດີດການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດສະໄໝຕ່າງໆ ແລະ ຜູ້ຕາງໜ້າບັນດາຄະນະຜູ້ແທນສາກົນເຂົ້າຮ່ວມພິທີ.

 


ພິທີເຄື່ອນຍ້າຍສົບປະທານປະເທດ ເຈິ່ນດ້າຍກວາງ ຈັດຂຶ້ນຢ່າງສົມກຽດ

ອ່ານບົດສະດຸດີທີ່ພິທີ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫົວໜ້າຄະນະຈັດຕັ້ງພິທີຢັ້ງຢືນວ່າ: ທ່ານ ເຈິ່ນດ້າຍກວາງ ກຳມະການກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດແຫ່ງ ສສ. ຫວຽດນາມ ແມ່ນຜູ້ນຳໄດ້ອຸທິດສ່ວນຫລາຍຢ່າງໃຫ້ແກ່ພາລະກິດປະຕິວັດອັນສະຫງ່າລາສີຂອງພັກ ແລະ ຂອງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ເຖິງແກ່ມໍລະນະກຳແມ່ນຄວາມສູນເສຍຢ່າງໃຫຍ່ຫລວງຕໍ່ພັກ, ລັດ, ປະຊາຊົນ, ຄອບຄົວ ແລະ ຍາດຕິພີ່ນ້ອງປະທານປະເທດ ເຈິ່ນດ້າຍກວາງ. (ເທບ)

       “ດ້ວຍຖານະຕຳແໜ່ງເປັນກຳມະການກົມການເມືອງ, ປະທານປະເທດແຫ່ງ ສສ.ຫວຽດນາມ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ພ້ອມກັບໝູ່ຄະນະກົມການເມືອງໄດ້ສຸມໃສ່ຊີ້ນຳນຳພາທົ່ວພັກ, ທົ່ວປະຊາຊົນ, ທົ່ວກອງທັບ ປະຕິບັດມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 12 ຂອງພັກ, ບັນດາມະຕິຂອງຄະນະບໍລິຫານງານສູນກາງພັກ, ຂອງສະພາແຫ່ງຊາດຢ່າງມີປະສິດທິຜົນ. ຜ່ານນັ້ນ ໄດ້ປະກອບສ່ວນຢ່າງຕັ້ງໜ້າຍູ້ແຮງກິດຈະການປ່ຽນແປງໃໝ່, ພັດທະນາເສດຖະກິດ, ເປີດກ້ວາງການພົວພັນຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ເພີ່ມທະວີກຳລັງຄວາມສາມາດດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ປົກປັກຮັກສາລະບົບການເມືອງສັງຄົມເປັນປົກກະຕິ, ຍົກສູງບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງ ຫວຽດນາມ ໃນເວທີສາກົນ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ: ທ່ານປະທານປະເທດ ເຈິ່ນດ້າຍກວາງ ແມ່ນໜຶ່ງໃນບັນດາການນຳຫຼັກແຫຼ່ງຂອງພັກ ແລະ ລັດ ຫວຽດນາມ.

ລວມອາຍຸ 63 ປີ, ໃນນັ້ນອາຍຸພັກແມ່ນ 38 ປີ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ອຸທິດສ່ວນຕະຫຼອດຊີວິດໃຫ້ແກ່ພາລະກິດແຫ່ງການປະຕິວັດທີ່ສະຫງ່າລາສີຂອງພັກ, ຂອງຊາດ ແລະ ຄວາມຜາສຸກຂອງປະຊາຊົນ. ພັກ, ລັດ ໄດ້ຮັບຮູ້, ມອບຫຼຽນກາ, ຫຼຽນໄຊອັນສູງສົ່ງຫຼາຍຫຼຽນ ແລະ ກາໝາຍອາຍຸພັກ 30 ປີ ໃຫ້ແກ່ທ່ານປະທານປະເທດເຈິ່ນດ້າຍກວາງ.

        ໃນຕອນເຊົ້າວັນທີ 27 ກັນຍາ, ພິທີໄວ້ອາໄລເຄົາລົບສົບຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ກໍ່ໄດ້ຈັດຕັ້ງຢູ່ຫໍປະຊຸມ ທົ໋ງເຍິດ ນະຄອນໂຮ່ຈີມິນ ເຊັ່ນດຽວກັນ.

        ແລະ ກໍ່ໃນຕອນບ່າຍວັນດຽວກັນ, ພິທີປົງສົບທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ຮັບການຈັດຕັ້ງຢູ່ບ້ານເກີດເມືອງນອນ ຕາແສງ ກວາງທ້ຽນ, ເມືອງ ກິມເຊີນ, ແຂວງ ນີງບີ່ງ. ເຂົ້າຮ່ວມພິທີປົງສົບທ່ານປະທານປະເທດ ເຈິ່ນດ້າຍກວາງ ມີທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ທ່ານນາງຮັກສາການປະທານປະເທດ ດັ້ງທິງອັກທິ້ງ ພ້ອມດ້ວຍບັນດາການນຳ, ອະດີດການນຳພັກ, ລັດ ແລະ ປະຊາຊົນທຸກຊັ້ນວັນນະເປັນຈຳນວນຫລວງຫລາຍ.


ພິທີປົງສົບທ່ານປະທານປະເທດ ເຈິ່ນດ້າຍກວາງ ຢູ່ບ້ານເກີດ

(​ແຫຼ່ງຄັດ​ຈາກ VOV)


ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top