• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີເຄື່ອນພົນໂຮງໝໍກາງສະໜາມຂັ້ນ 2, ເລກທີ 1 ອອກເດີນທາງໄປປະຕິບັດໜ້າທີ່ຢູ່ ຊູດັງໃຕ້

      ຕອນເຊົ້າວັນທີ 01 ຕຸລາ, ທີ່ນະຄອນ ໂຮ່ຈີມິນ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີເຄື່ອນພົນໂຮງໝໍກາງສະໜາມຂັ້ນ 2, ເລກທີ 1 ອອກເດີນທາງໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສະຫະປະຊາຊາດ. 


ທ່ານພົນໂທ ຫງວຽນຈີ໋ວິ້ງມອບຂໍ້ຕົກລົງຂອງປະທານປະເທດກ່ຽວກັບເລື່ອງຈັດສົ່ງທິມງານ
ໂຮງໝໍກາງສະໜາມ (ພາບ: ອິນເຕີແນັດ)
      ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ທ່ານພົນໂທ ຫງວຽນຈີ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ມອບຂໍ້ຕົກລົງຂອງປະທານປະເທດກ່ຽວກັບເລື່ອງຈັດສົ່ງທິມງານໂຮງໝໍກາງສະໜາມຂັ້ນ 2, ເລກທີ 1 ໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດັງໃຕ້.
       ພະນັກງານ, ທ່ານໝໍໂຮງໝໍກາງສະໜາມຂັ້ນ 2, ເລກທີ 1, ຈຳນວນ 63 ຄົນ ຍາມໃດກໍ່ມີຄວາມກຽມພ້ອມ ແລະ ເອກອ້າງທະນົງໃຈດ້ວຍຄວາມຮັບຜິດຊ້ອບນີ້, ສາມັກຄີ, ຜ່ານຜ່າບັນດາຄວາມຫຍຸ້ງຍາກຢູ່ພາກສະໜາມຕົວຈິງ ຊູດັງໃຕ້ ເພື່ອສຳເລັດທຸກໜ້າທີ່ການງານເປັນຢ່າງດີ. ພັນເອກ ຮ່ວາງກິມຟຸ້ງ ຫົວໜ້າກົມຮັກສາສັນຕິພາບ, ກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ວ່າ:
       “ພວກເຮົາເຊື້ອໝັ້ນວ່າ ຕໍ່ການກະກຽມຂອງ ຫວຽດນາມ ແລະ ບັນດາໝາກຜົນ ຊຶ່ງນາຍທະຫານ ຫວຽດນາມ ທີ່ບັນລຸໄດ້ໃນກ່ວາ 4 ປີຜ່ານມາ ນັບແຕ່ມື້ພວກເຮົາຈັດສົ່ງບັນດາທິມງານໄປຍັງ ຊູດັງໃຕ້ ແລະ ສ.ອາຟຣິກາກາງ ໂຮງໝໍກາງສະໜາມຂັ້ນ 2, ເລກ 1 ຂອງ ຫວຽດນາມ ຈະອອກເດີນທາງ ແລະ ສຳເລັດໜ້າທີ່ເປັນຢ່າງດີ ຄືດັ່ງຄວາມຫວັງຂອງກະຊວງປ້ອງກັນປະເທດ ຫວຽດນາມ ແລະ ສະຫະປະຊາດ”.  

 
 (ແຫຼ່ງຄັດຈາກ VOV)
 

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

ພາຍຫຼັງເວລາ 4 ເດືອນທີ່ຜັນຂະຫຍາຍ ຮູບແບບອຳນາດການປົກຄອງ 2 ຂັ້ນ, ຫວຽດນາມ ບັນລຸໄດ້ບັນດາຜົນສຳເລັດໃນເບື້ອງຕົ້ນ ໃນການຈັດຕັ້ງຮູບແບບບໍລິຫານຄືນໃໝ່. ໄລຍະເວລານີ້ໄດ້ສະແດງໃຫ້ເຫັນວິທີກົງຈັກດັດປັບຕໍ່ການປ່ຽນແປງ, ວິທີ ປຊຊ ຮັບຮູ້ ແລະ ສິ່ງສຳຄັນກວ່າແມ່ນຮູບແບບນີ້ພວມເປີດການກຳນົດທິດໃຫ້ແກ່ໄລຍະທາງຕໍ່ໄປ.

Top