• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີຮັບເງິນຊ່ວຍເຫຼືອໃຫ້ແກ່ພໍ່ແມ່ປະຊາຊົນຜູ້ຖືກເສຍຫາຍຈາກຝົນຕົກ, ນ້ຳຖ້ວມຂອງສະພາກາແດງ ຈີນ

ຕອນເຊົ້າວັນທີ 07 ກໍລະກົດ ທີ່ຮ່າໂນ້ຍ, ສູນກາງສະພາກາແດງ ຫວຽດນາມ ຈັດຕັ້ງພິທີຮັບເງິນເກືອບ 4 ຕື້ດົ່ງ

ພິທີຮັບເງິນຊ່ວຍເຫຼືອໃຫ້ແກ່ພໍ່ແມ່ປະຊາຊົນຜູ້ຖືກເສຍຫາຍຈາກຝົນຕົກ,
ນ້ຳຖ້ວມຂອງສະພາກາແດງ ຈີນ (ພາບ:
baoquocte.vn)

ເພື່ອສະໜັບສະໜູນ, ຊ່ວຍເຫຼືອປະຊາຊົນບັນດາແຂວງພາກເໜືອ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກ, ນ້ຳຖ້ວມຂອງສະພາກາແດງ ຈີນ, ສະຖານທູດ ຈີນ ປະຈຳ ຫວຽດນາມ ແລະ ສະຫະສະມາຄົມວິສາຫະກິດ ຈີນ ຢູ່ ຫວຽດນາມ.

        ທີ່ການຮັບເງິນສະໜັບສະໜູນ, ທ່ານນາງ ອີ໋ນຫາຍຄື໋ງ ຜູ້ຕາງໜ້າສະຖານທູດ ຈີນ ປະຈຳ ຫວຽດນາມ ໄດ້ສະແດງຄວາມເຫັນໃຈ ແລະ ສົ່ງຄຳຢື້ຢາມຖາມຂ່າວຢ່າງຈິງໃຈເຖິງປະຊາຊົນເຂດປະສົບໄພທຳມະຊາດ ແລະ ແບ່ງເບົາຄວາມໂສກເສົ້າເສຍດາຍເຖິງບັນດາຄອບຄົວທີ່ມີຍາດຕິພີ່ນ້ອງຖືກເຄາະຮ້າຍໃນເຫດຝົນຕົກ, ນ້ຳຖ້ວມຜ່ານມາ.

        ມາຮອດຈຸດເວລານີ້, ໂດຍຜ່ານສູນກາງສະພາກາແດງ ຫວຽດນາມ ໄດ້ມີບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ສະພາກາແດງແຂວງ, ນະຄອນຕ່າງໆສະໜັບສະໜູນ ແລະ ຈົດທະບຽນສະໜັບສະໜູນປະຊາຊົນບັນດາແຂວງພາກເໜືອ ຫວຽດນາມ ດ້ວຍຈຳນວນເງິນ 2 ຕື້ດົ່ງ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຜັນ​ຂະ​ຫຍາຍ​ເນື້ອ​ໃນ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຜັນ​ຂະ​ຫຍາຍ​ເນື້ອ​ໃນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ”

ວັນທີ 23 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ພ້ອມດ້ວຍຄະນະຜູ້ແທນສະຖານທູດ ໄດ້ເຂົ້າມາອວຍພອນ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ, ເນື່ອງໃນໂອກາດ ທ່ານໄດ້ຮັບການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດລາວ ຊຸດທີ X ໃຫ້ດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ ແຫ່ງ ສປປ. ລາວ.

Top