• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີສະເຫຼີມສະຫຼອງ 110 ປີການທ່ອງທ່ຽວເຊີ່ມເຊີນ ແລະ ໄຂລະດູການທ່ອງທ່ຽວ 2017

ການ​ສະ​ແດງ​ສິ​ລະ​ປະ​ທີ່​​ພິ​ທີ
(ພາບ: Văn Hiếu/VOV)
      ຕອ​ນ​ຄ່ຳ​ວັນ​ທີ 22/4, ຢູ່​ເຊີ່ມ​ເຊີນ, ແຂວງ ແທງ​ຮ໋​ວາ, ໄດ້​ຈັດ​ຕັ້ງ “ງານ​ບຸນ 110 ປີ​ແຫ່ງວັນ​ທ່ອງ​ທ່ຽວ​ເຊີ່ມ​ເຊີນ” ໄຂ​ງານ​ບຸນ​ລະ​ດູ​ການ​ທ່ອງ​ທ່ຽວ​ປີ 2017 ດ້ວຍ​ຫົວ​ຂໍ້​ວ່າ: ​ສຽງ​ຂັບ​ຮ້ອງ​ຂອງ​ທະ​ເລເຊີ່ມ​ເຊີນ​ 4 ລະ​ດູ​ ແລະ ປະ​ກາດ​ຂ​ໍ້​ຕົກ​ລົງ​ຮັບ​ຮອງ​ເທດ​ສະ​ບານ ເຊີ່ມ​ເຊີນ ກາຍ​ເປັນ​ນະ​ຄອນ​ຂຶ້ນ​ກັບ​ແຂວງ ແທງ​ຮ໋​ວາ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ​້ວ, ເນັ້ນ​ໜັກ​ວ່າ:
        “ໄລ​ຍະ​ຈະ​ມາ​ເຖິງ, ແທງ​ຮ໋​ວາ ຄວນ​ເອົາ​ໃຈ​ໃສ່​ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພ​ັນ​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ຕ່າງ​ຫາກ​ເພື່ອ​ສ​້າງ​ເຄື່ອງໝາຍ​ການ​ຄ້າ​ໃຫ້​ແກ່​ຂະ​ແໜງ​ທ່ອງ​ທ່ຽວ. ແຂວງ ແລະ ນະ​ຄອນ ເຊີ່​ມ​ເຊີນ ຕ້ອງ​ເພີ່ມ​ທະ​ວີ​ການ​ດຶງ​ດູດ​ການ​ລົງ​ທຶນ ຂອງ​ບັນ​ດາ​ພາກ​ສ່ວນ​ເສດ​ຖະ​ກິດ, ສ້າງ​ພຶ້ນ​ຖານ​ໂຄງ​ລ່າ​ງ​ການ​ທ່ອງ​ທ່ຽວ ພ້ອມ​ທັງ​ເອົາ​ໃຈ​ໃສ່​ບ​ຳ​ລຸງ​ສ້າງ ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ທ່ອງ​ທ່ຽວ​ປອດ​ໄພ, ຍຸ​ຕິ​ທຳ ເພື່ອ​ເພີ່ມ​ກຳ​ລັງ​ດຶງ​ດູ​ດ​ແຂກ​ທ່ອງ​ທ່ຽວ. ແທງ​ຮ໋​ວາ ຕ້ອງ​ສູ້​ຊົນ​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​​ລະ​ດັບຊາດ, ປະ​ກອບ​ສ່ວນ​ພ​້ອມ​ກັບ​ທົ່ວ​ປະ​ເທດ​ນຳ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ​ໃນ​ປີ 2020 ໂດ​ຍ​ພື້ນ​ຖານ.”
        ທີ່​ພິ​ທີ, ການ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລືວ ໄດ້​ມອບ​ຂໍ້​ຕົກ​ລົງ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ສ້າງ​ຕັ້​ງ​ນະ​ຄອນ ເຊີ່ມ​ເຊີນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top