• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພາຍຸ Molave ພັດເຂົ້າບັນດາແຂວງພາກກາງ

      ຕອນບ່າຍວັນທີ 28 ຕຸລາ, ພາຍຸ Molave ໄດ້ພັດເຂົ້າດິນຕໍ່ແຜ່ນຢູ່ແຂວງຕ່າງໆຄື: ກວາງນາມ, ກວາງງ້າຍ ອັນໄດ້ເຮັດໃຫ້ເກີດຄື້ນຟອງ ແລະ ລົມແຮງ. ມີເຮືອນນັບຮ້ອຍຫຼັງຖືກເລີກຫຼັງຄາ, ຕົ້ນໄມ້ຖືກຫັກ ແລະ ຢູ່ຫຼາຍບ່ອນຕ້ອງຕັດໄຟຟ້າ

ເຮືອນນັບຮ້ອຍຫຼັງຖືກເລີກຫຼັງຄາຍ້ອນພາຍຸ Molave
      ທ່ານ ຫງວຽນຮົ່ງລາຍ ຮອງປະທານຄະນະກຳມະການປະຊົນ ນະຄອນ ຕາມກີ ແຂວງ ກວາງນາມ ໃຫ້ຮູ້ວ່າ :
    “ ປະຊາຊົນມີຄວາມລະມັດລະວັງຕໍ່ການຮັກສາເຮືອນຊານ. ພິເສດ ພວກຂ້າພະເຈົ້າໄດ້ຊີ້ນຳຂະແໜງຕຳຫຼວດ, ກອງທັບ ຮັບປະກັນຄວາມປອດໄພທາງດ້ານຊັບສິນໃຫ້ແກ່ປະຊາຊົນ ເພື່ອຊ່ວຍປະຊາຊົນມີຄວາມອຸ່ນອຽນໃຈຫຼົບຫຼີກພາຍຸ. ກຳນົດດ້ານແນວຄິດໃຫ້ປະຊາຊົນ ບໍ່ຄວນປະໝາດ. ພວກຂ້າພະເຈົ້າຄຸ້ມຄອງຢ່າງແນ້ນແຟ້ນ, ເວລາພາຍຸເຊົາແລ້ວ ຈຶ່ງນຳປະຊາຊົນກັບມາເຮືອນ ”
    ສ່ວນຢູ່ແຂວງກວາງງ້າຍ, ມີເຮືອນນັບຮ້ອຍຫຼັງຖືກເລີກຫຼັງຄາ, ຕົ້ນໄມ້ຖືກຫັກຢ່າງຫຼວງຫຼາຍ. ນອກຈາກນັ້ນ ກໍມີບາງກິດຈະກຳສາທາລະນະອື່ນໆ ກໍຖືກເປເພ. ທ່ານລັດຖະມົນຕີກະຊວງກະສີກຳ ແລະ ພັດທະນາຊົນນະບົດຫວຽດນາມ ຫງວຽນຊວນເກືອງ ໃຫ້ຂໍ້ສັງເກດວ່າ :
   “ ພາຍຸລູກນີ້ ສືບຕໍ່ກໍໃຫ້ເກີດລົມແຮງຢູ່ດິນຕໍ່ແຜ່ນ. ພວກເຮົາຄວນຊາບຊຶມເພື່ອໃຫ້ທຸກໆຄົນຮູ້ວ່າ ເມື່ອພາຍຸເຊົາຈຶ່ງໄດ້ກັບມາເຮືອນ ເພື່ອຮັບປະກັນຄວາມປອດໄພ ແລະ ຕ້ອງຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນຢ່າງເດັດຂາດ ”. 
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top