• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນາໝູ່ບ້ານຫັດຖະກຳຕິດພັນກັບການທ່ອງທ່ຽວ

      ບັນດາໝູ່ບ້ານຫັດຖະກຳທີ່ເປັນມູນເຊື້ອຢູ່ ຫວຽດນາມ ພວມນັບມື້ນັບດຶງດູດນັກທ່ອງທ່ຽວມາຢ້ຽມຢາມເປັນຈຳນວນຫລວງຫລາຍ ຍ້ອນບັນດາຄຸນຄ່າວັດທະນະທຳມີມາແຕ່ດົນນານ ແລະ ການປະດິດຄິດສ້າງຂອງບັນດານາຍຊ່າງໃນໝູ່ບ້ານຫັດຖະກຳ ສະແດງໃຫ້ເຫັນຜ່ານບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ. ການພັດທະນາຮູບການທ່ອງທ່ຽວໝູ່ບ້ານຫັດຖະກຳໄດ້ນຳມາເຊິ່ງຜົນປະໂຫຍດຊ້ອນກ່ຽວກັບດ້ານເສດຖະກິດ, ສ້າງວຽກເຮັດງານທຳ, ຍົກສູງລາຍຮັບໃຫ້ປະຊາຊົນເຂດຊົນນະບົດ, ພ້ອມທັງອະນຸລັກຮັກສາບັນດາຄຸນຄ່າດ້ານວັດທະນະທຳຂອງໝູ່ບ້ານຫັດຖະກຳໄວ້.

ຜະລິດແພໄຫມຢູ່ ໝູ່ບ້ານຫັດຖະກຳ ຫວ້ານຟຸກ ດຶງດູດລູກຄ້າມາຊື້ເປັນຈຳນວນຫລວງຫລາຍ
      ໝູ່ບ້ານຫັດຖະກຳທີ່ເປັນມູນເຊື້ອຢູ່ຫວຽດນາມ ສ່ວນຫລາຍມີມານັບຮ້ອຍໆປີ. ຍິ່ງກວ່ານັ້ນ ຂະແຫນງທ່ອງທ່ຽວຫວຽດນາມ ມີທ່າແຮງ ດ້ວຍ 12 ມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ ມີກວ່າ 40.000 ມໍລະດົກວັດທະນະທຳລະດັບຊາດ, ປະມານ 10.000 ງານບຸນ, ໃນນັ້ນ ບັນດາມໍລະດົກ, ງານບຸນນີ້ ກໍ່ມີຢູ່ໃນບັນດາໝູ່ບ້ານຫັດຖະກຳ.
ເພື່ອພັດທະນາຜະລິດຕະພັນທ່ອງທ່ຽວຕິດພັນກັບໝູ່ບ້ານຫັດຖະກຳ, ສະຫະສະມາຄົມໝູ່ບ້ານຫັດຖະກຳຫວຽດນາມ ໄດ້ດຳເນີນການສຳຫລວດ ກ່ຽວກັບຄຳເຫັນຂອງນັກທ່ອງທ່ຽວສຳລັບການເຄື່ອນໄຫວທ່ອງທ່ຽວຂອງບັນດາໝູ່ບ້ານຫັດຖະກຳ ແລະ ທັດສະນະຂອງຜູ້ຜະລິດໂດຍກົງຢູ່ບັນດາໝູ່ບ້ານຫັດຖະກຳ ເພື່ອຮູ້ໄດ້ຄວາມຕ້ອງການແທ້ຈິງຂອງນັກທ່ອງທ່ຽວ ແລະ ຄວາມສາມາດຕອບສະຫນອງຂອງໝູ່ບ້ານຫັດຖະກຳຄືແນວໃດ. ທ່ານ ລືວຢູຍເຢີນ ປະທານ ສະຫະສະມາຄົມໝູ່ບ້ານຫັດຖະກຳຫວຽດນາມ ໃຫ້ຮູ້ວ່າ:
ສະຫະສະມາຄົມໝູ່ບ້ານຫັດຖະກຳຫວຽດນາມ ຖືທິດນຳການເຄື່ອນໄຫວແຕ່ນີ້ຮອດປີ 2030 ແມ່ນຂົວຕໍ່ປະຊາຄົມໝູ່ບ້ານຫັດຖະກຳ, ການອະນຸລັກຮັກສາວັດທະນະທຳ, ການພັດທະນາການທ່ອງທ່ຽວ, ການເຊື່ອມໂຍງເຂົ້າກັບສາກົນ. ໝູ່ບ້ານຫັດຖະກຳ່ຕ້ອງແມ່ນໝູ່ບ້ານມີວັດທະນະທຳຢູ່ໃນລະດັບສູງ, ມີກົດລະບຽບກ່ຽວກັບດ້ານວັດທະນະທຳຂອງໝູ່ບ້ານຫັດຖະກຳ.
ຕາມການກຳນົດທິດພັດທະນາໝູ່ບ້ານຫັດຖະກຳຕິດພັນກັບການທ່ອງທ່ຽວ, ສະຫະສະມາຄົມໝູ່ບ້ານຫັດຖະກຳຫວຽດນາມ ໄດ້ເລືອກເຟັ້ນໝູ່ບ້ານຫັດຖະກຳພົ້ນເດັ່ນຄື: ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ບາດຈາງ, ໝູ່ບ້ານ ແພໄຫມ ຫວ້ານຟຸກ, ໝູ່ບ້ານຜະລິດເຄື່ອງຈັກສານ ຟູວີງ.. ລ້ວນແຕ່ຢູ່ຮ່າໂນ້ຍ, ໝູ່ບ້ານຜະລິດພາບພື້ນເມືອງດົງໂຮ່ ໄດ້ດຳເນີນການສົ່ງເສີມ, ໂຄສະນາ ເພື່ອໃຫ້ໝູ່ບ້ານຫັດຖະກຳກາຍເປັນສະຖານທີ່ທ່ອງທ່ຽວດູດດື່ມບັນດາ tour ທ່ອງທ່ຽວ. ສະຫະສະມາຄົມໝູ່ບ້ານຫັດຖະກຳ ຫວຽດນາມ ກໍ່ໄດ້ກໍ່ສ້າງບັນດາໂຄງການ, ສາຍທ່ອງທ່ຽວຢູ່ບັນດາທ້ອງຖິ່ນ, ເຊື່ອມຕໍ່ເຂດພາກ.

 ກຸບຢູ່ໝູ່ບ້ານ ຈວງ 
      ປະຈຸບັນ ທ່າອ່ຽງໄປທ່ອງທ່ຽວເຖິງໝູ່ບ້ານຫັດຖະກຳ ບໍ່ພຽງແຕ່ມາທ່ອງທ່ຽວ, ຊື້ຜະລິດຕະພັນ, ເຄື່ອງທີ່ເປັນລະນຶກເທົ່ານັ້ນ ຫາກຍັງຢາກເຮັດຜະລິດຕະພັນທີ່ເປັນເອກະລັກສະເພາະຂອງໝູ່ບ້ານດ້ວຍຕົນເອງ. ສະນັ້ນ ຄວນສ້າງແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບ, ລະດົມປະຊາຄົມຊຸມຊົນຢູ່ໝູ່ບ້ານຫັດຖະກຳເຂົ້າຮ່ວມການເຮັດບໍລິການທ່ອງທ່ຽວ. ທ່ານ ເຈີນດຶກຫາຍ, ຫົວຫນ້າພະແນກທ່ອງທ່ຽວ ນະຄອນຮ່າໂນ້ຍ ຖືວ່າ:
ຕ້ອງເອົາໃຈໃສ່ເປັນພິເສດເຖິງແຫ່ງຊັບພະຍາກອນມະນຸດ ນັ້ນແມ່ນຖັນແຖວນັກສິລະປະການບັນດາໝູ່ບ້ານຫັດຖະກຳ. ນີ້ແມ່ນຊັບພະຍາກອນອັນລ້ຳຄ່າ. ບັນດານັກສິລະປະການ ແມ່ນບັນດາທູດທ່ອງທ່ຽວເພື່ອພັດທະນາການທ່ອງທ່ຽວໝູ່ບ້ານຫັດຖະກຳ. ນັກທ່ອງທ່ຽວມານີ້ ພຽງແຕ່ຊື້ຜະລິດຕະພັນເພື່ອເປັນຂອງຂວັນ,  ເປັນລະນຶກ ນັ້ນ ມີຄວາມໝາຍ ບໍ່ຫລາຍ. ນັກທ່ອງທ່ຽວມາໝູ່ບ້ານຫັດຖະກຳເພື່ອຊອກຮູ້ຄຸນຄ່າອື່ນ ຄຸນຄ່າພົ້ນເດັ່ນແລະຈັບອົກຈັບໃຈ. ເຂົາເຈົ້າສົນໃຈເຖິງເລື່ອງທົດລອງປະຕິບັດຂັ້ນຕອນເຮັດຜະລິດຕະພັນ.
ເພື່ອພັດທະນາການທ່ອງທ່ຽວໝູ່ບ້ານຫັດຖະກຳຕາມທິດຍືນຍົງ ຕ້ອງມີຄວາມເອົາໃຈໃສ່ເປັນພິເສດເຖິງວຽກງານອະນຸລັກຮັກສາ, ບູລະນະບັນດາປູຊະນີຍະສະຖານປະຫວັດສາດວັດທະນະທຳກໍຄືຟື້ນຟູ ແລະ ພັດທະນາບັນດາຮູບການທ່ອງທ່ຽວວັດທະນະທຳພື້ນເມືອງໃນໝູ່ບ້ານ, ສ້າງຄວາມດຶງດູດນັກທ່ອງທ່ຽວ. ຄຽງຄູ່ກັນນັ້ນ ແມ່ນພັດທະນາຜະລິດຕະພັນເປັນຫລາຍຮູບຫລາຍແບບນັບທັງ ການຫຸ້ມຫໍ່ ຄຸນນະພາບຂອງບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະນັ້ນ. ທ່ານ ຫງວຽນວັນເຈື່ອງ ຮອງເລຂາຜູ້ປະຈຳການຄະນະພັກເມືອງ ຮ່າດົງ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:
ເມືອງ ຮ່າດົງ ມີໝູ່ບ້ານຫັດຖະກຳຫລາຍແຫ່ງ, ໃນນັ້ນ ໝູ່ບ້ານຫັດຖະກຳແພໄຫມ ຫວ້ານຟຸກ ແມ່ນໝູ່ບ້ານທີ່ມີຊື່ສຽງໂດ່ງດັງ ດ້ວຍບັນດາຜະລິດຕະພັນແພໄຫມມີມານັບພັນປີ. ສຳລັບໝູ່ບ້ານຫັດຖະກຳ ຫວ້ານຟຸກ, ພວກຂ້າພະເຈົ້າຈະວາງແຜນກໍ່ສ້າງໃຫ້ໝູ່ບ້ານແຫ່ງນີ້ກາຍເປັນສະຖານທີ່ທ່ອງທ່ຽວດຶງດູດນັກທ່ອງທ່ຽວບໍ່ພຽງແຕ່ຢູ່ພາຍໃນປະເທດ ຫາກນັກທ່ອງທ່ຽວມາຈາກຕ່າງປະເທດ ກໍ່ມາຢ້ຽມຢາມນັບມື້ນັບຫລາຍອີກດ້ວຍ. ເມືອງ ຮ່າດົງ ໄດ້ດຶງດູດເງິນລົງທຶນຈາກສັງຄົມນັບຮ້ອຍຕື້ ດົງ ເພື່ອບູລະນະປະຕິສັງຂອນວັດວາອາຮາມ, ສາລາບ້ານ, ວິຫານທັງໝົດ, ກໍ່ສ້າງຄືນຫໍບູຊາຜູ້ກໍ່ຕັ້ງອາຊີບຫັດຖະກຳ. ພວກຂ້າພະເຈົ້າກໍ່ເປີດຖະຫນົນອາຫານການກິນ, ຖະຫນົນຍ່າງ, ຕະຫລາດເຄື່ອງບູຮານ,  ປັບປຸງຜະລິດຕະພັນແພໄຫມໃຫ້ມີຄຸນນະພາບສູງເພື່ອຕອບສະຫນອງຄວາມຕ້ອງການຂອງນັກທ່ອງທ່ຽວ.
ໝູ່ບ້ານຫັດຖະກຳ ບໍ່ພຽງແຕ່ແມ່ນບ່ອນຜະລິດອອກບັນດາຜະລິດຕະພັນເຮັດດ້ວຍມືທີ່ເປັນເອກະລັກສະເພາະ, ມີຄວາມລະອຽດລະອໍເທົ່ານັ້ນ ຫາກແມ່ນບ່ອນຮັກສາຮີດຄອງປະເພນີ, ວັດທະນະທຳວົງຄະນາຍາດຂອງ 54 ຊົນເຜົ່າຢູ່ຫວຽດນາມອີກດ້ວຍ. ການພັດທະນາໝູ່ບ້ານຫັດຖະກຳຕິດພັນກັບການທ່ອງທ່ຽວກໍ່ແມ່ນເຄື່ອງມືເພື່ອໂຄສະນາພາບພົດຂອງປະເທດຊາດ, ຊາວຫວຽດນາມ ມາໃຫ້ແຂກສາກົນຢ່າງມີປະສິດທິຜົນ. 
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top