• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້​ວ່າ​ການ ອົດ​ສະ​ຕາ​ລີ ​ຕີ​ລາ​ຄາ​ສູງ​ໂອ​ກາດ​ຮ່ວມ​ມື​ກັບ ນະ​ຄອນ ໂຮ່​ຈີ​ມິນ

ໃນຂອບເຂດການຢ້ຽມຢາມພິເສດຕາມຄຳເຊື້ອເຊີນຂອງລັດຖະບານ ອົດສະຕາລີ, ວັນທີ 3 ທັນວາ, ທ່ານ ຫງວຽນຖ້ຽນເຍິນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານ David Hurley ຜູ້ວ່າການອົດສະຕາລີ.

ທ່ານ ຫງວຽນຖ້ຽນເຍິນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ແລະ ທ່ານ David Hurley ຜູ້ວ່າການອົດສະຕາລີ (ພາບ: SGGP)

ທີ່ການຢ້ຽມຢາມ ທ່ານ ຫງວຽນຖ້ຽວເຍິນ ປາດຖະໜາວ່າ ອົດສະຕາລີ ໜູນຊ່ວຍການຕີລາຄາສະພາບການຕົວຈິງຂອງຂະແໜງປຸງແຕ່ງສະບຽງອາຫານຂອງນະຄອນ, ຈາກນັ້ນຍົກອອກບັນດາຂໍ້ສະເໜີທິດທາງການພັດທະນາໃນອະນາຄົດ. ທ່ານກໍ່ສະເໜີໃຫ້ ບັນດາວິສາຫະກິດການທ່ອງທ່ຽວຂອງນະຄອນໂຮ່ຈີິມິນ ແລະ ອົດສະຕາລີແລກປ່ຽນປຶກສາຫາລືຄວາມສາມາດໃນການຮ່ວມມື ແລະ ກາຍເປັນຄູ່ຮ່ວມມືຂອງກັນ, ອາດຈະພິຈາລະນາການຈັດຕັ້ງກອງປະຊຸມສຳມະນາແນະນຳຄວາມສາມາດບົ່ມຊ້ອນການທ່ອງທ່ຽວຂອງ ແຕ່ລະຝ່າຍ, ເປີດກ້ວາງການຮ່ວມມືໃນບັນດາຂົງເຂດຄື ກໍ່ສ້າງພື້ນຖານໂຄງລ່າງ, ສາທາລະນະສຸກ, ການເງິນ, ເລີ່ມຕົ້ນທຸລະກິດ ປະດິດຄິດສ້າງ ແລະ ພູມປັນຍາທຽມ (AI).

        ສ່ວນທ່ານ David Hurley ໃຫ້ຮູ້ວ່າ ໃນສະພາບການ ອົດສະຕາລີພວມເປີດກວ້າງ ຕະຫຼາດ, ຊອກຫາບັນດາຄູ່ຮ່ວມມືຕື່ມອີກ, ບັນດາຂໍ້ສະເໜີຂອງນະຄອນ ໂຮ່ຈີມິນ ຈະເປີດ ໂອກາດໃໝ່ຫຼາຍຢ່າງໃຫ້ແກ່ບັນດາວິສາຫະກິດສອງຝ່າຍ.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 14 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 14 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 06 ພະຈິກ, ຢູ່ຮ່າໂນ້ຍ, ກອງປະຊຸມຄັ້ງທີ 14 ຄະນະບໍລິຫານງານສູນກາງພັກຊຸດທີ XIII (ກອງປະຊຸມສູນກາງ 14) ໄດ້ອັດລົງພາຍຫຼັງການເຮັດວຽກເປັນເວລາ 2 ວັນ ໂດຍໄດ້ເຫັນດີເປັນເອກະພາບຫຼາຍເນື້ອໃນສຳຄັນ.

Top