• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປ້ອງກັນ, ຕ້ານໂຄວິດ-19 ແມ່ນຄວາມຮັບຜິດຊອບຂອງປະຊາຊົນລາວແຕ່ລະຄົນ

      ໝາກຜົນທີ່ປະເທດລາວ ບັນລຸໄດ້ໃນເບື້ອງຕົ້ນ ໄດ້ເຮັດໃຫ້ໂລກມີຄວາມເຂົ້າໃຈລວມກ່ຽວກັບລາວວ່າ ແມ່ນປະເທດທີ່ມີຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວຜ່ານຜ່າຄວາມຫຍຸ້ງຍາກ, ປະສົບຜົນສຳເລັດໃນການປ້ອງກັນ, ຕ້ານ, ສະກັດກັ້ນ ແລະ ຍູ້ໂຄວິດ-19 ໃຫ້ຖອຍໄປ.
            ເມື່ອທຽບໃສ່ກັບບັນດາປະເທດໃນພາກພື້ນ ອາຊຽນ ກໍ່ຄືໃນໂລກ, ລາວ ໄດ້ຮັບການຕີລາຄາວ່າ ແມ່ນແບບຢ່າງທີ່ປະສົບຜົນສຳເລັດໃນການປ້ອງກັນ, ຕ້ານໂຄວິດ-19. ມາຮອດປະຈຸບັນ, ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ສະສົມຢູ່ລາວ ແມ່ນ 41 ຄົນ, ບໍ່ມີຜູ້ເສຍຊີວິດ. ໝາກຜົນດັ່ງກ່າວ ແມ່ນຍ້ອນຄວາມມານະພະຍາຍາມຂອງລັດຖະບານ ແລະ ການຮ່ວມມືຂອງປະຊາຊົນລາວແຕ່ລະຄົນ ໃນການປ້ອງກັນ, ຕ້ານໂຄວິດ-19.
            ສາມັກຄີ, ເປັນຈິດໜຶ່ງໃຈດຽວ ບໍ່ປະໃຫ້ໂຄວິດ-19 ແຜ່ລະບາດຮອບໃໝ່
            ດ້ວຍຄຳຂວັນ “ປ້ອງກັນ, ຕ້ານໂຄວິດ-19 ແມ່ນຄວາມຮັບຜິດຊອບຂອງປະຊາຊົນລາວແຕ່ລະຄົນ” ໄດ້ຮັບຖືວ່າ ແມ່ນກຳລັງແຮງທາງດ້ານຈິດໃຈ, ປະກອບສ່ວນ ນຳມາເຊິ່ງຜົນສຳເລັດໃນເບື້ອງຕົ້ນໃຫ້ແກ່ປະຊາຊົນລາວບັນດາເຜົ່າ ໃນການສະກັດກັ້ນ, ຍູ້ໂຄວິດ-19 ໃຫ້ຖອຍໄປ. ຈາກບັນດາໝາກຜົນທີ່ບັນລຸໄດ້ໃນການປ້ອງກັນ, ຕ້ານໂຄວິດ-19 ນັ້ນ, ລາວໄດ້ຮັບການຕີລາຄາສູງຈາກຫລາຍປະເທດ ແລະ ອົງການຈັດຕັ້ງສາກົນ ກ່ຽວກັບບັນດາມາດຕະການຂອງປະເທດນີ້ແມ່ນທັນການ, ມີປະສິດທິຜົນ, ບໍ່ປະໃຫ້ໂຄວິດ-19 ແຜ່ລະບາດອອກສູ່ວົງກ້ວາງ, ຈຳນວນກໍລະນີຕິດເຊື້ອຢູ່ໃນລະດັບຕ່ຳ, ເປັນຕົ້ນແມ່ນບໍ່ມີກໍລະນີໃດເສຍຊີວິດຍ້ອນໂຄວິດ-19.

ລັດຖະບານລາວ ຮຽກຮ້ອງໃຫ້ພົນລະເມືອງປະເທດນີ້ທຸກຄົນ ຈົ່ງສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ,
ຕ້ານໂຄວິດ-19 ຢ່າງເຂັ້ມງວດ (ພາບ: VOV)
      ປະຈຸບັນ, ລາວພວມຢືນຢູ່ຕໍ່ໜ້າຄວາມສ່ຽງແຜ່ລະບາດຮອບໃໝ່ຢ່າງສູງ ເມື່ອໃນຊຸມວັນມໍ່ໆມານີ້, ເຊື້ອພະຍາດໂຄວິດ-19 ສືບຕໍ່ແຜ່ລະບາດອອກສູ່ວົງກ້ວາງຢູ່ຫລາຍປະເທດທີ່ມີຊາຍແດນຕິດກັບລາວຢ່າງແຮງ, ພິເສດແມ່ນຢູ່ ໄທ ມີຊາວຜູ້ອອກແຮງງານລາວພວມເຮັດວຽກນັບຫລາຍພັນຄົນ. ເຖິງຢ່າງໃດກໍ່ຕາມ, ລັດຖະບານລາວ ມີບັນດາບາດກ້າວເດີນຢ່າງທັນການແຕ່ຫົວທີ ເພື່ອຫຼີກລ້ຽງຄວາມສ່ຽງແຜ່ລະບາດຮອບໃໝ່. ລັດຖະບານລາວສືບຕໍ່ອອກແຈ້ງການເຕືອນຢ່າງຕໍ່ເນື່ອງ ແລະ ຮຽກຮ້ອງໃຫ້ພົນລະເມືອງລາວທຸກຄົນ ຈົ່ງສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂຄວິດ-19 ຢ່າງເຂັ້ມງວດ; ປະຕິບັດການກວດກາຄົນເຂົ້າອອກເມືອງຢ່າງເຄັ່ງຄັດ; ເພີ່ມທະວີວຽກງານວິເຄາະ…ທ່ານປະລິນຍາເອກ ຣັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາວ ຕີລາຄາສູງຕໍ່ການຮ່ວມມືຈາກປະຊາຊົນ
 
ສິ່ງທ້າທາຍຂອງລາວ ຕໍ່ຄວາມຕ້ອງການກ່ຽວກັບວັກຊິນກັນໂຄວິດ-19
      ບໍ່ພຽງແຕ່ສະກັດກັ້ນໂຄວິດ-19 ຢ່າງມີປະສິດທິຜົນເທົ່ານັ້ນ, ລັດຖະບານລາວ ກໍ່ຍູ້ແຮງການເຄື່ອນໄຫວສັກວັກຊິນກັນໂຄວິດ-19 ໃຫ້ພົນລະເມືອງ. ໂດຍໄດ້ຮັບການໜູນຊ່ວຍຈາກປະຊາຄົມສາກົນ, ມາຮອດປະຈຸບັນ ລາວໄດ້ຮັບວັກຊິນ Sinopharm 2000 ໂດສ ຈາກ ຈີນ, ວັກຊິນ Sputnick V 500 ໂດສ ຈາກລັດເຊຍ, ໃນເບື້ອງຕົ້ນໄດ້ດຳເນີນການສັກວັກຊິນໃຫ້ຜູ້ທີ່ມີຄວາມສ່ຽງຕິດເຊື້ອສູງຄື ແພດໝໍ, ຜູ້ອາສາສະໝັກ, ທະຫານ, ຕຳຫລວດ, ຜູ້ທີ່ມີຄວາມຕ້ອງການເຂົ້າ-ອອກເມືອງ…ຜ່ານມາ, ອົງການອະນາໄມໂລກ (WHO) ກໍ່ຈັດເອົາປະເທດລາວ ເຂົ້າບັນຊີລາຍຊື່ແມ່ນ 1 ໃນຈຳນວນ 92 ປະເທດ ແລະ ເຂດແຄ້ວນໄດ້ຮັບການຊ່ວຍເຫຼືອວັກຊິນກັນໂຄວິດ-19 ໃນປີ 2021. ຄາດວ່າ ຈະມີປະຊາກອນແຕ່ 15 – 20% (ເທົ່າກັບ 1,4 ລ້ານຄົນ) ໄດ້ສັກວັກຊິນກັນໂຄວິດ-19.
            ເຖິງຢ່າງໃດກໍ່ຕາມ, ຕາມທ່ານຮອງສາດສະດາຈານ, ປະລິນຍາເອກ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກລາວແລ້ວ, ສິ່ງທ້າທາຍໃຫຍ່ທີ່ມີຕໍ່ ລາວ ໃນປະຈຸບັນ ແມ່ນປະລິມານວັກຊິນບໍ່ຫລາຍ, ແຫຼ່ງງົບປະມານຊື້ວັກຊິນຍັງບໍ່ຄົບເທື່ອ ເພື່ອຕອບສະໜອງໃຫ້ແກ່ພົນລະເມືອງທຸກຄົນ. ໃນສະເພາະໜ້າ, ລັດຖະບານຈະວາງແຜນ, ແບ່ງເປັນແຕ່ລະເປົ້າໝາຍ, ແຕ່ລະໄລຍະ, ກຸ່ມຄົນທີ່ມີຄວາມສ່ຽງຕິດເຊື້ອສູງ ຈະໄດ້ຮັບການບຸລິມະສິດສັກກ່ອນ. ພ້ອມກັນນັ້ນ, ຈະພິຈາລະນາ, ປຶກສາຫາລືກັບບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອດຸ່ນດ່ຽງງົບປະມານຊື້ວັກຊິນ. ຕາມການຄາດຄະເນ, ແຕ່ລະໂດສແມ່ນມີມູນຄ່າແຕ່ 18-20 USD/ຄົນ.
      ໃນສະພາບແຫຼ່ງສະໜອງວັກຊິນຍັງຈຳກັດຢູ່, ມາດຕະການທີ່ມີປະສິດທິຜົນທີ່ສຸດ ຊຶ່ງປະເທດລາວຍົກອອກ ຍັງແມ່ນຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນໃນການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂຄວິດ-19 ຢ່າງເຂັ້ມງວດ. ໝາກຜົນທີ່ປະເທດລາວ ບັນລຸໄດ້ໃນເບື້ອງຕົ້ນ ເຮັດໃຫ້ໂລກມີຄວາມເຂົ້າໃຈລວມກ່ຽວກັບລາວວ່າ ແມ່ນປະເທດທີ່ມີຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວຜ່ານຜ່າຄວາມຫຍຸ້ງຍາກ, ປະສົບຜົນສຳເລັດໃນການປ້ອງກັນ, ຕ້ານ, ສະກັດກັ້ນ ແລະ ຍູ້ໂຄວິດ-19 ໃຫ້ຖອຍໄປ./.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ມີຜູ້ພິພາກສາ ຢູ່ສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ

ຫວຽດນາມ ມີຜູ້ພິພາກສາ ຢູ່ສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ

ວັນທີ 18 ມິຖຸນາ, ໃນຂອບເຂດກອງປະຊຸມຄັ້ງທີ 36 ຂອງ ບັນດາປະເທດພາຄີ ສົນທິສັນຍາອົງການສະຫະປະຊາຊາດ ກ່ຽວກັບກົດໝາຍທະເລ (UNCLOS) ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ (ສປຊ) ຢູ່ ນິວຢອກ (ສ ອາເມລິກາ), ທ່ານນາງ ຮສຈ. ປອ ຫງວຽນທິລານແອັງ, ຮອງຜູ້ນຳນວຍການ ສະຖາບັນການຕ່າງປະເທດ, ຜູ້ສະໝັກຮັບເລືອກຕັ້ງ ຂອງ ຫວຽດນາມ ໄດ້ຮັບເລືອກຕັ້ງ ເຂົ້າໃນຕຳແໜ່ງ ຜູ້ພິພາກສາ ສານກົດໝາຍທະເລສາກົນ (ITLOS) ອາຍຸການ 2026-2035 ດ້ວຍຄະແນນສຽງສູງສຸດ ໃນພາກພື້ນ ອາຊີ - ປາຊີຟິກ.

Top