• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລຸກຄວາມສາມາດບົ່ມຊ້ອນຂອງມະນຸດ, ໝູນໃຊ້ບັນດາປັດໄຈຊັບພະຍາກອນເປັນຢ່າງດີເພື່ອນຳແຂວງກວ໋າງນາມສືບຕໍ່ພັດທະນາ


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກກ່າວ​ຄຳ​ເຫັນ​ນະ​ພິ​ທີ
ພາບ:Tin TM
      ງານ​ຊຸມ​ນຸມ​ມິດ​ຕິງ​ສະ​ເຫລີມ​ສະ​ຫລອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ແຂວງກວ໋າງ​ນາມ​ຄືນ​ໃຫມ່ (1997-2017) ແລະ 42 ປີ​ແຫ່ງວັນ​ປົດ​ປ່ອຍ ແຂວງ ກວ໋າງ​ນາມ (24/3/1975-24/3/2017)  ດຳ​ເນີນ​ໄປ​ໃນ​ຕອນ​ຄ່ຳ​ວັນ​ທີ 24/3 ຢູ່ ນະ​ຄອນ ຕາມ​ກີ. ທີ່​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ມອບ​ຫລຽນ​ໄຊ​ເອ​ກະ​ລາດ​ຊັ້ນ​ຫນຶ່ງ ໃຫ້​ພະ​ນັກ​ງານ ແລະ ປະ​ຊາ​ຊົນ​ແຂວງ ກວ໋າງ​ນາມ ຍ້ອນ​ໄດ້​ມີ​ຜົນ​ງານ​ດີ​ເດັ່ນ​ພິ​ເສດ​ໃນ​ວຽກ​ງານ ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.
ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ຫນັກ​ວ່າ: ຍາກ​ທີ່​ມີ​ເຂດ​ດິນ​ແດນ​ໃດ​ຄື​ຢູ່ ກວ໋າ​ງ​ນາມ ມີ​ມໍ​ລະ​ດົກ​ໂລກ 2ແຫ່ງ​ຄື: ຄຸ້ມ​ເມືອງ​ເກົ່າ ໂຮ້ຍ ອານ ແລະ ເທວະ​ສະ​ຖານ ໝີ​ເຊີນ ແລະ ທັດ​ສະ​ນີ​ຍະ​ພາບ​ສວຍ​ງາມ​ຫລາຍ​ແຫ່ງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່າວ​ວ່າ:
        “ແຂວງ ກວ໋າງ​ນາມ ຕ້ອງ​ກາຍ​ເປັນ​ແຂວງ​ຮັ່ງ​ມີ​ຮອບ​ດ້ານ​ຂອງ​ພາກ​ກາງ​ຫວຽດ​ນາມ, ເຂດ ໄຕ​ງວຽນ ແລະ ທົ່ວ​ປະ​ເທດ, ພິ​ເສດ​ດຶງ​ດູດ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ບັນ​ດາ​ພາກ​ສ່ວນ​ເສດ​ຖະ​ກິດ​ຢ່າງ​ໝັ້ນ​ຄົງ. ໃນ​ນັ້ນ ກຳ​ລັງ​ຫນູນ​ຂອງ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ໃນ 3 ເສົາ​ຄ້ຳ: ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ ແລະ ບໍ​ລິ​ການ, ລວມ​ທັງ​ເສດ​ຖະ​ກິດ​ທະ​ເລ ແລະ ເສດ​ຖະ​ກິດ​ປ່າ.”
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top