• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລະດົມເດືອນກະທຳເພື່ອຄວາມສະເໝີພາບລະຫວ່າງຍິງ -ຊາຍ ແລະ ປ້ອງກັນ,ຕ້ານການໃຊ້ຄວາມຮຸນແຮງ

      ຕອນຄ່ຳວັນທີ 4 ພະຈິກ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສົງຄົມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມີນ ໄດ້ຈັດຕັ້ງພິທີປຸກລະດົມເດືອນເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງທາງເພດໃນປີ 2017

 ພິທີປຸກລະດົມໃນວັນທີ 4 ພະຈິກ
      ຕອນຄ່ຳວັນທີ 4 ພະຈິກ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສົງຄົມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມີນ ໄດ້ຈັດຕັ້ງພິທີປຸກລະດົມເດືອນເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງທາງເພດໃນປີ 2017. ໃນເດືອນເຄື່ອນໄຫວນີ້, ມີກ່ວາ 100 ການເຄື່ອນໄຫວຈະໄດ້ຮັບການຈັດຕັ້ງ. ປະຈຸບັນ, 9 ກະຊວງ, ຂະແໜງການ ແລະ 28 ທ້ອງຖິ່ນ,  8 ອົງການຄູ່ຮ່ວມມືສາກົນກໍ່ໄດ້ເຂົ້າຮ່ວມດ້ວຍຄວາມຫວັງຢາກສົ່ງສານກ່ຽວກັບຄວາມສະເໝີພາບລະຫວ່າງຍິງ -ຊາຍ, ການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ ໃຫ້ແຜ່ຂະຫຍາຍຢ່າງແຮງເຖິງປະຊາຊົນທຸກຊັ້ນຄົນໃນສັງຄົມ, ມຸ່ງໄປເຖິງຈຸດໝາຍສັງຄົມສະເໝີພາບ, ຄວາມກ້າວໜ້າແບບຍືນຍົງ ແລະ ບໍ່ມີໃຜຖືກປະຢູ່ທາງຫຼັງ. ທ່ານນາງ ຫງວຽນທິງອັກບີກ, ປະທານສະຫະພັນແມ່ຍິງນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:
        “ຂ້າພະເຈົ້າຄິດວ່າ ແມ່ຍິງ ຢູ່ພາກພື້ນ ອາຊີຕາເວັນອອກ ຕ້ອງການໄດ້ຮັບການແບ່ງປັນຈາກເພດຊາຍຫຼາຍທີ່ສຸດ, ພິເສດແມ່ນກ່ຽວກັບດ້ານຈິດໃຈ. ດັ່ງນັ້ນ, ສະຫະພັນແມ່ຍິງທຸກຂັ້ນ ໄດ້ຜັນຂະຫຍາຍ, ສ້າງຕັ້ງຂັ້ນຕອນລະອຽດ ພະຍາຍາມໂຄສະນາຍິ່ງກ້ວາງກໍ່ຍິ່ງດີ ເພື່ອໃຫ້ແມ່ຍິງ ແລະ ເດັກນ້ອຍຮູ້ວຽກງານທີ່ພວກຂ້າພະເຈົ້າພວມປະຕິບັດ ຈາກນັ້ນ, ຊ່ວຍທຸກໆຄົນສາມາດໄດ້ຮັບຄຳປຶກສາເມື່ອມີຄວາມຕ້ອງການ.”
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ໃນ​ໄລ​ຍະ​ໃໝ່

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ” ໃນ​ໄລ​ຍະ​ໃໝ່

ວັນທີ 26 ມັງກອນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ. ລາວ ແລະ ພັນລະຍາ ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. ການຢ້ຽມຢາມ ໄດ້ດຳເນີນໃນລະຫວ່າງວັນທີ 26 – 27 ມັງກອນ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ປະກອບສ່ວນຍົກລະດັບການພົວພັນ ແລະ ກຳນົດທິດການຮ່ວມມືຮອບດ້ານ, ມີປະສິດທິຜົນ ແລະ ແທດຈິງຂອງໄລຍະພັດທະນາໃໝ່.

Top