• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລະດົມເດືອນເຄື່ອນໄຫວເພື່ອເດັກນ້ອຍປີ 2017

      ຕອນເຊົ້າວັນທີ 27 ພຶດສະພາ ຢູ່ ຮ່າໂນ້ຍ, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຈັດຕັ້ງພິທີປຸກລະດົມ ເດືອນເຄື່ອນໄຫວເພື່ອເດັກນ້ອຍປີ 2017. 

ເດືອນເຄື່ອນໄຫວເພື່ອເດັກນ້ອຍປີ 2017.
      ເດືອນເຄື່ອນໄຫວປີນີ້ ມີຫົວເລື່ອງວ່າ: “ປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງ, ການທາລຸນຕໍ່ເດັກ” ເພື່ອແນໃສ່ສືບຕໍ່ປຸກລະດົມໃຫ້ທົ່ວສັງຄົມຮ່ວມແຮງຮ່ວມໃຈປົກປ້ອງເດັກ, ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບກວ່າອີກ ຂອງບັນດາອົງການ, ຄອບຄົວ, ສ່ວນບຸກຄົນ ແລະ ເດັກນ້ອຍໃນການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງ, ການທາລຸນຕໍ່ເດັກ, ສ້າງສະພາບແວດລ້ອມປອດໄພ ແລະ ພັດທະນາຮອບດ້ານໃຫ້ແກ່ເດັກນ້ອຍ. ກ່າວຄຳເຫັນນະພິທີ, ທ່ານ ດ່າວງອກຢູງ, ລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ:
        “ຂ້າພະເຈົ້າຄິດວ່າ ນີ້ແມ່ນໂອກາດເພື່ອໃຫ້ທົ່ວປະເທດ ປ ອດໄພ ທົບທວນຄືນໝາກຜົນຂອງວຽກງານເບິ່ງແຍງດູແລເດັກໃນໄລຍະຜ່ານມາ, ເພີ່ມທະວີວຽກງານໂຄສະນາ, ສຶກສາສັງຄົມ. ພວກເຮົາຄວນຍົກສູງຄວາມຮັບຮູ້ກ່່ຽວກັບເດັກ ແລະ ຄວາມຮັບຜິດຊອບຕໍ່ເດັກກວ່າອີກ.”
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top