• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຶກສາຫາລືດ້ານການເມືອງຄັ້ງທີ 9 ແລະ ການເຈລະຈາຍຸດທະສາດຄັ້ງທີ 6 ລະຫວ່າງຫວຽດນາມ ແລະ ອິນເດຍ

      ວັນທີ 24 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນກວກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ແລະ ທ່ານ Preeti Saran, ຮອງລັດຖະມົນຕີການຕ່າງປະເທດ ອິນເດຍ ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 9 ແລະ ການເຈລະຈາຍຸດທະສາດຄັ້ງທີ 6 ລະຫວ່າງຫວຽດນາມ ແລະ ອິນເດຍ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:Vietnam+
      ທີ່ກອງປະຊຸມ, ສອງຝ່າຍໄດ້ປຶກສາຫາລືບັນດາມາດຕະການສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຫລັກແຫລ່ງ. ຕາມນັ້ນແລ້ວ, ເປັນເອກະພາບນຳວົງເງິນດ້ານການຄ້າສອງສົ້ນບັນລຸ 15 ຕື້ USD ໃນປີ 2020, ເພີ່ມທະວີບັນດາການເຄື່ອນໄຫວສົ່ງເສີມການລົງທຶນ, ສົ່ງເສີມເລື່ອງເປີດສາຍການບິນໂດຍກົງລະຫວ່າງບັນດານະຄອນໃຫຍ່ຂອງສອງປະເທດ. ອິນເດຍ ຢືນຢັນສືບຕໍ່ຫນູນຊ່ວຍຫວຽດນາມ ຍົກສູງກຳລັງຄວາມສາມາດປ້ອງກັນຊາດ, ບຳລຸງສ້າງພາສາອັງກິດໃຫ້ທະຫານ, ມອບໂອນເຕັກໂນໂລຊີດ້ານປ້ອງກັນຊາດ ແລະ ສະຫນອງສິນເຊື່ອປ້ອງກັນຊາດ, ສະເຫນີ ສອງຝ່າຍເພີ່ມທະວີການຮ່ວມມືໃນຂົງເຂດຄວາມປອດໄພເຄືອຂ່າຍອິນເຕີແນັດ, ຄວາມປອດໄພການເດີນທະເລ, ຕ້ານການກໍ່ການຮ້າຍ, ອາດຊະຍາກຳຂ້າມຊາດ, ການຄ້າມະນຸດຢ່າງຜິດກົດໝາຍ. ກ່ຽວກັບບັນຫາພາກພື້ນ ແລະ ສາກົນຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍເປັນເອກະພາບຈະຮ່ວມມືນຳກັນຢ່າງແຫນ້ນແຟ້ນ ແລະ ຮ່ວມມືກັບບັນດາປະເທດໃນພາກພື້ນ ເພື່ອແນໃສ່ເສີມຂະຫຍາຍບັນດາກາລະໂອກາດ, ຈຳກັດສິ່ງທ້າທາຍ ເພື່ອຮັບປະກັນສະພາບແວດລ້ອມຄວາມສະຫງົບປອດໄພຍຸດທະສາດ, ຮັບມືກັບບັນດາຄວາມສ່ຽງອາດຊະຍາກຳແບບໃຫມ່ ແລະ ແບບເກົ່ານັບມື້ນັບເພີ່ມຂຶ້ນ.
      ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ຕ້ອນຮັບທ່ານຮອງລັດຖະມົນຕີການຕ່າງປະເທດ ອິນເດຍຢ່າງມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຕອນບ່າຍວັນທີ 11 ຕຸລາ, ເທດສະການວັດທະນະທຳ ແລະ ອາຫານການກິນ ອາຊຽນ 2025 (ASEAN Bazaar 2025) ໄດ້ດຳເນີນຢູ່ນະຄອນຫຼວງ New Delhi ຂອງ ອິນເດຍ.

Top