• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີ 2020, ຂະແໜງເກີບໜັງວາງຄາດໝາຍບັນລຸມູນຄ່າສົ່ງອອກໃຫ້ໄດ້ 24 ຕື້ USD

      ປີ 2020, ຂະແໜງເກີບໜັງໄດ້ວາງອອກຄາດໝາຍບັນລຸວົງເງິນສົ່ງອອກເກີບໜັງໃຫ້ໄດ້ 24 ຕື້ USD, ຮັກສາລະດັບເຕີບໂຕແມ່ນ 10%.

ຂະແໜງເກີບໜັງໄດ້ວາງອອກຄາດໝາຍບັນລຸວົງເງິນສົ່ງອອກເກີບໜັງໃຫ້ໄດ້ 24 ຕື້ USD
(ພາບປະກອບ: congthuong.vn)
      ຕາມສະຫະສະມາຄົມໜັງ-ເກີບ-ກະເປົາຫວຽດນາມ ແລ້ວ, ໃນປີ 2019, ການເຄື່ອນໄຫວສົ່ງອອກຂອງຂະແໜງເກີບໜັງຫວຽດນາມ ໄດ້ເຕີບໂຕເປັນປົກກະຕິ, ວົງເງິນສົ່ງອອກບັນລຸ 22 ຕື້ USD, ເພີ່ມຂຶ້ນ 12,2% ເມື່ອທຽບໃສ່ປີ 2018. ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ CPTPP ມີຜົນສັດສິດນັບແຕ່ຕົ້ນປີ ໄດ້ຊ່ວຍເປີດກວ້າງຕະຫຼາດຢູ່ທະວີບອາເມລິກາ, ດ້ວຍບັນດາຕະຫຼາດທີ່ມີຄວາມສາມາດບົມຊ້ອນຄື: ເມັກຊີໂກ, ການາດາ, ຈີເລຍ, ເປຣູ… ທ່ານ ກາວກວ໊ກຮືງ, ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ໃຫ້ຮູ້ວ່າ.
          “ກະຊວງອຸດສາຫະກຳການຄ້າ ພວມຜັນຂະຫຍາຍການສ້າງຍຸດທະສາດຊຸກຍູ້ການພັດທະນາຂະແໜງເກີບໜັງຫວຽດນາມ ຮອດປີ 2020 ວິໄສທັດຮອດປີ 2050, ຄາດວ່າຈະປະກາດໃຊ້ໃນປີ 2020 ເພື່ອຊ່ວຍໃຫ້ລັດຖະບານ ແລະ ບັນດາວິສາຫະກິດໃນຂະແໜງ ມີການສັງເກດລວມ, ສືບຕໍ່ນຳຂະແໜງເກີບໜັງໃຫ້ກາຍເປັນຂະແໜງປາຍແຫຼມໃນການຜະລິດ ແລະ ສົ່ງອອກ”.
          ປີ 2020, ຂະແໜງເກີບໜັງໄດ້ວາງອອກຄາດໝາຍບັນລຸວົງເງິນສົ່ງອອກເກີບໜັງໃຫ້ໄດ້ 24 ຕື້ USD, ຮັກສາລະດັບເຕີບໂຕແມ່ນ 10%.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top