• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີ 2017 - ຈຳນວນນັກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມເພີ່ມຂຶ້ນຢ່າງກະໂດດຂັ້ນ

      ຕາມການສະຖິຕິ ຊື່ງອົງການທ່ອງທ່ຽວໂລກ (UNWTO) ຫາກໍ່ປະກາດ, ຫວຽດນາມ ຢືນອັນດັບທີ 6 ໃນຍອດຈຳນວນ 10 ປະເທດ ມີການທ່ອງທ່ຽວເຕີບໂຕຢ່າງແຮງທີ່ສຸດໃນປີ 2017 ແລະ ຢືນອັນດັບຫນຶ່ງຢູ່ ອາຊີ ກ່ຽວກັບລະດັບການພັດທະນາທ່ອງທ່ຽວ. ນີ້ແມ່ນໝາກຜົນບັນດາມາດຕະການຂອງລັດຖະບານ, ກະຊວງ ຂະແຫນງການ, ທ້ອງຖິ່ນ..  ເພື່ອແນໃສ່ຊຸກຍູ້ການທ່ອງທ່ຽວພັດທະນາຕາມວິວັດການກາຍເປັນຂະແຫນງເສດຖະກິດປາຍແຫລມຂອງປະເທດຊາດ. 

ນັກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມ ໃນປີ 2017 ໄດ້ເພີ່ມຂຶ້ນຢ່າງກະໂດດຂັ້ນ
      ປີ 2017, ການທ່ອງທ່ຽວຫວຽດນາມ ສືບຕໍ່ທ່າເຕີບໂຕເປັນຫນ້າປະທັບໃຈ, ເມື່ອຕ້ອນຮັບນັກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມ ເກືອບ 13 ລ້ານເທື່ອຄົນເພີ່ມຂຶ້ນ 28% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016. ການເຕີບໂຕນີ້ໄດ້ປະກອບສ່ວນນຳລາຍຮັບທ່ອງທ່ຽວ ປີ 2017 ເພີ່ມຂຶ້ນເກືອບ 515.000 ຕື້ດົງ, ປະກອບສ່ວນ 7% ເຂົ້າ GDP ຂອງປະເທດຊາດ.
 ຂີດໝາຍພົ້ນເດັ່ນຂອງຂະແຫນງທ່ອງທ່ຽວ ນັ້ນແມ່ນຕົ້ນປີ 2017, ກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະກາດໃຊ້ມະຕິເລກທີ 08 ກ່ຽວກັບການພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແຫນງເສດຖະກິດປາຍແຫລມ; ສະພາແຫ່ງຊາດຊຸດທີ XIV ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການທ່ອງທ່ຽວ (ສະບັບປັບປຸງ). ລັດຖະບານ ກໍ່ໄດ້ຮັບຮອງເອົາສອງນະໂຍບາຍກ່ຽວກັບວິຊາສຳລັບຊາວຕ່າງປະເທດ, ປະຕິບັດທົດລອງການອອກວິຊາເອເລັກໂຕນິກໃຫ້ແກ່ຊາວຕ່າງປະເທດເມື່ອເຂົ້າມາຫວຽດນາມ ແລະ ສືບຕໍ່ຕໍ່ກຳນົດເວລາອອກວິຊາໃຫ້ແກ່ນັກທ່ອງທ່ຽວມາຈາກ 5 ປະເທດ ເອີລົບ  (ອັງກິດ, ຝລັ່ງ, ເຢຍລະມັນ, ອີຕາລີ ແລະ ແອດສະປາຍ), ສ້າງເງື່ອນໄຂສະດວກໃຫ້ແກ່ການໄປມາຂອງນັກທ່ອງທ່ຽວ, ປະກອບສ່ວນຮັກສາລະດັບການເຕີບໂຕກ່ຽວກັບຈຳນວນນັກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມບັນລຸຢູ່ໃນລະດັບສູງ. ນອກນັ້ນ ວຽກງານໂຄສະນາພາບພົດຫວຽດນາມ ໃນໂອກາດດຳເນີນສັບປະດາຂັ້ນສູງ APEC ແລະ ບັນດາມາດຕະການຢ່າງຄົບຊຸດ ຊື່ງຂະແຫນງທ່ອງທ່ຽວໄດ້ປະຕິບັດໃນໄລຍະຜ່ານມາ ໄດ້ປະກອບສ່ວນສ້າງຜົນສຳເລັດຂອງການທ່ອງທ່ຽວຫວຽດນາມ ໃນປີ 2017. ທ່ານ ເຈືອງຊີ້ວິງ, ຮອງຫົວຫນ້າສະຖາບັນຄົ້ນຄ້ວາພັດທະນາທ່ອງທ່ຽວໃຫ້ຮູ້ວ່າ:
        ກ່ອນມະຕິ ແລະ ຫລັງມະຕິຂອງກົມການເມືອງ ລ້ວນແຕ່ມີຄວາມແຕກຕ່າງ ນັ້ນແມ່ນ ທັງສັງຄົມຕ້ອງສຸມໃສ່ລົງທຶນເຂົ້າໃນການພັດທະນາທ່ອງທ່ຽວເພື່ອໃຫ້ກາຍເປັນຂະແຫນງເສດຖະກິດປາຍແຫລມ. ກົດໝາຍວ່າດ້ວຍການທ່ອງທ່ຽວມີຫລາຍຈຸດໃຫມ່, ສິ່ງນີ້ ຈະເຮັດໃຫ້ການທ່ອງທ່ຽວມີລັກສະນະເປັນລະບົບກວ່າ ແລະ ເໝາະສົມກັບຕົວຈິງຫລາຍກວ່າ. ແຕ່ວ່າ ຕົວເລກຈຳນວນນັກທ່ອງທ່ຽວແມ່ນຈຸດພົ້ນເດັ່ນບັນລຸເກືອບ 13 ລ້ານ, ລະດັບການເຕີບໂຕຂະແຫນງທ່ອງທ່ຽວໃນປີ 2016 ແລະ ປີ 2017 ໃຫຍ່ຄືແນວນັ້ນເກືອບ 30% ຂ້າພະເຈົ້າຄິດວ່າ ບໍ່ມີຂະແຫນງໃດຄືຂະແຫນງທ່ອງທ່ຽວຫວຽດນາມ ບັນລຸໄດ້ຕົວເລກຄືແນວນັ້ນ, ປະກອບສ່ວນເຂົ້າໃນການເຕີບໂຕຂອງເສດຖະກິດຫວຽດນາມ.
        ໃນໄລຍະຜ່ານມາ ກົມໃຫຍ່ທ່ອງທ່ຽວຫວຽດນາມ ປະຕິບັດຫລາຍບັ້ນໂຄສະນາສົ່ງເສີມການທ່ອງທ່ຽວຢູ່ບັນດາຕະຫລາດຈຸດສຸມ; ພ້ອມທັງເຂົ້າຮ່ວມງານຕະຫລາດນັດຫລາຍຄັ້ງດ້ວຍຂອບຂະຫນາດສາກົນ, ຈັດຕັ້ງການຕ້ອນຮັບບັນດາຄະນະຜູ້ແທນສາກົນມາຈາກບັນດາຕະຫລາດທີ່ມີຄວາມສາມາດບົ່ມຊ້ອນມາສຳຫລວດການທ່ອງທ່ຽວຫວຽດນາມ. ພິເສດ ກົມໃຫຍ່ທ່ອງທ່ຽວໄດ້ຈັດຕັ້ງຫລາຍໂຄງການພັດທະນາ, ແນະນຳການທ່ອງທ່ຽວຫວຽດນາມຢູ່ບັນດາຕະຫລາດຄື: ອົດສະຕາລີ, ຍີ່ປຸ່ນ, 3 ປະເທດໃນພາກພື້ນ ອາຊຽນ (ໄທ, ມາເລເຊຍ, ອິນໂດເນເຊຍ); 4 ປະເທດ ເອີລົບເຫນືອ (ແຟງລັງ, ແດນມາກ, ນອກແວ ແລະ ຊູແອດ) ແລະ ບັນດາປະເທດຢູ່ ເອີລົບ: ອີຕາລີ, ໂຮນລັງ, ແອດສະປາຍ. ພ້ອມກັນນັ້ນ ໄດ້ເຂົ້າຮ່ວມງານຕະຫລາດນັດສາກົນໃຫຍ່ຫລາຍຄັ້ງຄື: Travex (ສິງກະໂປ), ITB (ເຢຍລະມັນ), MITT (ລັດເຊຍ), JATA (ຍີ່ປຸ່ນ) ແລະ Top Resa (ຝລັ່ງ).. ທ່ານ ຫງວຽນວັນຕວນ ຫົວຫນ້າກົມໃຫຍ່ທ່ອງທ່ຽວຫວຽດນາມ ຖືວ່າ:
        ປີ 2017 ໄດ້ອັດລົງ ແມ່ນປີທີ່ເຕັມໄປດ້ວຍຄວາມປະທັບໃຈ, ດ້ວຍຂີດໝາຍ ແລະ ຜົນສຳເລັດບໍ່ເຄີຍມີມາກ່ອນຂອງຂະແຫນງທ່ອງທ່ຽວຫວຽດນາມ. ໝາກຜົນຂອງປີທຳອິດປະຕິບັດມະຕິ 08 ຂອງກົມການເມືອງສະແດງໃຫ້ເຫັນວ່າ ບັນດາຄາດໝາຍຊື່ງກົມການເມືອງວາງອອກໃນມະຕິ 08 ພວມຄ່ອຍໆປະກົດຜົນເປັນຈິງ. ການເຄື່ອນໄຫວສົ່ງເສີມໂຄສະນາມີຫລາຍຈຸດປ່ຽນໃຫມ່ໃນການລະດົມບັນດາແຫລ່ງກຳລັງ. ພິເສດແມ່ນກົນໄກຮ່ວມມືລະຫວ່າງພາກລັດ ພາກເອກະຊົນ ຜ່ານການຫນູນຊ່ວຍຂອງສະພາທີ່ປຶກສາການທ່ອງທ່ຽວພວມເສີມຂະຫຍາຍຢ່າງມີປະສິດທິຜົນ, ການເຕີບໂຕກະໂດດຂັ້ນ
ຈຳນວນນັກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມ ເພີ່ມຂຶ້ນສູງໃນປີຜ່ານມາ ກໍ່ຍ້ອນມີການປະກອບສ່ວນອັນໃຫຍ່ຫລວງຈາກບັນດາວິສາຫະກິດທ່ອງທ່ຽວ. ມີວິສາຫະກິດທ່ອງທ່ຽວຫລາຍແຫ່ງ ສ້າງໄດ້ເຄື່ອງໝາຍການຄ້າຢ່າງແຮງ, ມີຄວາມສາມາດແກ້ງແຍ້ງສູງ ແລະ ອອກສູ່ຕະຫລາດໂລກ.
ດ້ວຍທ່າເຕີບໂຕຢ່າງແຮງພ້ອມກັບບັນດາມາດຕະການເໝາະສົມ, ຂະແຫນງທ່ອງທ່ຽວຫວຽດນາມ ຈະປະຕິບັດສຳເລັດຜົນບັນດາຄາດໝາຍທີ່ວາງອອກໃນໄລຍະຜ່ານມາ. ນັ້ນແມ່ນລັກສະນະມືອາຊີບ, ລະບົບພື້ນຖານດ້ານວັດຖຸເຕັກນິກຢ່າງຄົບຊຸດ, ທັນສະໄຫມ, ຜະລິດຕະພັນທ່ອງທ່ຽວມີຄຸນນະພາບສູງ, ເຄື່ອງໝາຍການຄ້າ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງຊາດ, ແກ້ງແຍ້ງກັບບັນດາປະເທດໃນພາກພື້ນ. ຫວຽດນາມສູ້ຊົນຮອດປີ 2020 ດຶງດູດນັກທ່ອງທ່ຽວສາກົນໃຫ້ໄດ້ 20 ລ້ານເທື່ອຄົນ, ນັກທ່ອງທ່ຽວພາຍໃນປະເທດ 82 ລ້ານເທື່ອຄົນ, ພັດທະນາກາຍເປັນຂະແຫນງປາຍແຫລມຂອງປະເທດຊາດ.
 (ແຫຼ່ງຄັດຈາກ VOV)

ໂທລະເລກຊົມເຊີຍໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ

ໂທລະເລກຊົມເຊີຍໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ

ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສະໜັບສະໜູນພາລະກິດປ່ຽນແປງໃໝ່ຂອງ ລາວ ຢ່າງແຮງ ແລະ ຮອບດ້ານ ແລະ ຢືນຢັນວ່າ ຈະສືບຕໍ່ຮຽງບ່າຮຽງໄຫຼ່, ຮ່ວມເດີນທາງ ແລະ ສະຫງວນການສະໜັບສະໜູນສູງທີ່ສຸດໃຫ້ສຳລັບຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ

Top