• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີ​ປະ​ທານ​ອາ​ຊຽນ 2020: ຫວຽດ​ນາມ​ເປັນ​ປະ​ທານກອງ​ປະ​ຊຸມ ເອກ​ອັກ​ຄະ​ລັດ​ຖະ​ທູດ ບັນ​ດາ​ປະ​ເທດ ສະ​ມາ​ຊິກ EAS

ວັນທີ 13 ກຸມພາ, ຢູ່ສຳນັກງານຄະນະເລຂາອາຊຽນ, ຈາກາຕາ, ປະເທດອິນໂດເນເຊຍໄດ້ດຳເນີນກອງປະຊຸມເອກອັກຄະລັດຖະທູດ ບັນດປະເທດສະມາຊິກຂັ້ນສູງ ອາຊີຕາເວັນອອກ (EAS). 


ທ່ານ ເຈິ່ນດຶກບິ່ງ ເອກອັກຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ

(ພາບ: TTXVN) 


ນີ້ແມ່ນກອງປະຊຸມທຳອິດໃນປີເປັນປະທານອາຊຽນ 2020 ຂອງ ຫວຽດນາມ ດ້ວຍເປົ້າໝາຍສຳຫຼວດກວດຄືນບັນດາການເຄື່ອນໄຫວຮ່ວມມືໃນຂອບເຂດ EAS, ທ່ານເຈິ່ນດຶກບິ່ງ ເອກອັກຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ ເປັນປະທານກອງປະຊຸມ. ທີ່ກອງປະຊຸມ, ທ່ານເຈິ່ນດຶກບິ່ງ ໄດ້ແບ່ງປັນກັບບັນດາປະເທດເຂົ້າຮ່ວມ EAS  ກ່ຽວກັບຄວາມໝາຍຂອງ ຫົວຂໍ້ “ອາຊຽນສະໜິດຕິດພັນ ແລະ ເປັນເຈົ້າການຮັບມື" ແລະ ບັນດາບຸລິມະສິດຂອງ ຫວຽດນາມ ໃນປີ ເປັນປະທານອາຊຽນ 2020 ເພື່ອແນໃສ່ຊຸກຍູ້ການສ້າງປະຊາຄົມອາຊຽນ, ຍູ້ແຮງການພົວພັນກັບບັນດາຄູ່ຮ່ວມມືເພື່ອສັນຕິພາບ ແລະ ພັດທະນາແບບຍືນຍົງ, ເສີມຂະຫຍາຍບົດບາດປະກອບສ່ວນຂອງ ອາຊຽນໃນປະຊາຄົມສາກົນ, ເປີດກ້ວາງແລະຍົກສູງການພົວພັນກັບຄູ່ຮ່ວມມື, ປະກອບສ່ວນເຂົ້າການປັບປຸງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາໃນພາກພື້ນ.

        ບັນດາປະເທດເຂົ້າຮ່ວມ EAS ໄດ້ຊົມເຊີຍຫົວຂໍ້ປີປະທານອາຊຽນຂອງ ຫວຽດນາມ ແລະ ຢັ້ງຢືນວ່າ ຈະສະໜັບສະໜູນບັນດາບຸລິມະສິດ ຂອງ ຫວຽດນາມ, ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ແລະ ອາຊຽນໃນການຫັນບັນດາບຸລິມະສິດນີ້ໃຫ້ປະກົດຜົນເປັນຈິງ, ກໍ່ຄືບັນດາຂໍ້ລິ້ເລີ່ມ ແລະ ການເຄື່ອນໄຫວທີ່ຫວຽດນາມ ສະເໜີເນື່ອງໃນໂອກາດ ສະເຫຼີມສະຫຼອງ 15 ປີ ແຫ່ງວັນສ້າງຕັ້ງ EAS (2005 - 2020) ແລະ ກຳນົດທິດໃຫ້ແກ່ການພັດທະນາຂອງ EAS ໃນຊຸມທົດສະວັດຕໍ່ໄປບົນພື້ນຖານບັນດາຜົນງານທີ່ບັນລຸໄດ້ ໃນໄລຍະ 15 ປີຜ່ານມາ, ບັນດາຫຼັກການພື້ນຖານທີ່ໄດ້ຢັ້ງຢືນເຖິງຄຸນຄ່າ ແລະ ບົດບາດເປັນໃຈກາງຂອງ ອາຊຽນ, ສືບຕໍ່ປະກອບສ່ວນໃຫ້ແກ່ສັນຕິພາບ ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top