• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີທ່ອງທ່ຽວແຫ່ງຊາດ 2017 ຖືກໄຂຂຶ້ນໃນຕອນຄ່ຳວັນທີ 11/02 ຢູ່ລາວກາຍ


ປີ​ທ່ອງ​ທ່ຽ​ວ​ແຫ່ງ​ຊາດ 2017 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 11/02 ຢູ່​ລາວ​ກາຍ
(ພາບ​ປະ​ກອບ: vtv.vn)
      ​ຕອນ​ຄ່ຳ​ວັນ​ທີ 11/02, ຢູ່​ແຂວງ​ ລາວ​ກາຍ ໄດ້​ດຳ​ເນີນ​ພິ​ທີ​ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2017. ດ້ວຍ​ບົດ​ບາດ​ເປັນ​ເຈົ້າ​​​ພາບ, ແຂວງ​ລາວ​ກາຍ ໄດ້​ຈັດ​ບັນ​ດາ​ເຫດ​ການ​ຢ່າງ​ລຽນ​ຕິດ, ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ວັ​ດ​ທະ​ນະ​ທຳ​ຂອງ​ປະ​ຊ​າ​ຄົມ​ຊົນ​ເຜົ່າ​ຢ​ູ່​ແຂວງ​ລາວ​ກາຍ ໃນປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2017 . ໃນ​ນັ້ນ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ​ບັນ​ດາ​ງານ​ບຸນ 4 ລະ​ດູ ລວມ​ມີ: ງານ​ບຸນ​ລະ​ດູ​ບານໃໝ່ວິ​ຫານ ເທື້ອງ, ງານ​ບຸນ​ລະ​ດູ​ແລ້ງ ຊາ​ປາ, ລາຍ​ການ​ຂີີ່ມ້າ​ຢູ່​ເຂດ​ພູ​ພຽງ​ບັ໋ກ​ຮ່າ, ງານ​ບຸນ​ລະ​ດູບ​ານ​ໃໝ່​ຢູ່ ອິ​ຕິ໋ (ບ໋າດ​ຊ໋າດ),  ງານ​ບຸນ​ລະ​ດູໜາວຢ​ູ່​ຊາ​ປາ. ຄຽງ​ຂ້າງ​ນັ້ນ, ບັນ​ດາ​ການ​ເຄື່ອນ​ໄຫວ​ກິ​ລາ​ສາ​ກົນ​ກໍ່​ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຄື​ການ​ແຂ່ງ​ຂັນ​ຖີບ​ລົດ​ຖິບ, ລາງວັນ​ແລ່ນ ແລະ ລານ​ຜ່ານ​ພູ.
        ກ່ອນ​ໜ້ານັ້ນ, ຕອນ​ເຊົ້າ​ວັນ​ທີ 11/02, ແຂວ​ງ ລາວ​ກາຍ ໄດ​້​ໄຂ​ງານ​ບຸນ​ລະ​ດູ​ບານ​ໃໝ່​ວິ​ຫານ ເທື້ອງ 2017; ພ້ອມ​ທັງ​ປະ​ກາດ​ຂໍ້​ຕົກ​ລົງ​ຮັບ​ຮອງ ງານ​ບຸນ​ວິ​ຫານ ເທື້ອງ ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ແຫ່ງ​ຊາດ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top