• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັບປຸງການພົວພັນລະຫວ່າງພຸດທະສາສະໜາ 2 ປະເທດ ຫວຽດນາມ - ໄທ

ທ່ານ​ປະ​ທາ​ນ​ ຫງວຽນ​ທ້ຽນ​ເຍີນ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທ​ນ​ພຸດ​ທ​ະ​ສາ​ສະ​ໜາ Annam Kiya
      ຕອນ​ບ່າຍ​ວັນ​ທີ 27/3, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທາ​ນ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທ​ນ​ພຸດ​ທ​ະ​ສາ​ສະ​ໜາ Annam Kiya ແລະ ຊາວ ຫວຽດ​ນາມ ​ອາ​ໄສຢູ່ ໄທ 50 ຄົນເນື່ອງ​ໃນ​ໂອ​ກາດ​ກັບ​ເມືອ​ຢ້ຽມ​ຢາມ ຫວຽດ​ນາມ. ນະ​ທີ່ນີ້, ທ່ານປະ​ທານ ຫງວຽນ​ທ້ຽນ​ເຍີນ ຢັ້ງ​ຢືນ​ວ່າ: ບັນ​ດາ​ພະ​ອາ​ຈານ​ມະ​ຫາ​ທີ່​ເປັນ​ເຈົ້າ​​ອະ​ທິ​ການ​ວັດ ຫວຽດ​ນາມ 21 ແຫ່ງ​ຢູ່​ໄທ ແມ່ນສັນ​ຍາ​ລັກ​ສະ​ໜິດ​ຕິ​ດ​ພັນ​ລະ​ຫວ່າງ 2 ປະ​ເທດ, ປະ​ຊາ​ຊົນ 2 ຊາດ. ທ່ານ ຫງວຽນ​ທ້ຽນ​ເຍີນ ຫວັງ​ວ່າ: 21 ວັດ​ຂອງ ຫວຽດ​ນາມ ຢູ່ ໄທ ລ້ວນ​ແຕ່​ມີ​ຊື່​ຫວຽດ ແລະ ເຊື່ອ​​ໝັ້ນ​ວ່າ​ພ​ຸດ​ທະ​ສາ​ສະ​ໜາ Annam Kiya ຢູ່​ໄທ​ຈະ​ນັບ​ມື້​ນັບ​ພັດ​ທະ​ນາ; ອວຍ​ພອນ​ໃຫ້​ບັນ​ດາ​ພະ​ອາ​ຈານ​ມະ​ຫາ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມີຂໍ້​ລິ​ເລີ່ມ​ຫຼາຍ​ຢ່າງ​ກ່​ວາ​ອີກເພື່ອ​ປັບ​ປ​ຸງ​ສາ​ຍ​ພົວ​ພັນ​ລະ​ຫວ່າງ​​ພຸດ​ທະ​ສາ​ສະ​ໜາ 2 ປະ​ເທດ ຫວຽດ​ນາມ ແລະ ໄທ.
        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຄະ​ນະ​ໄດ້ ໄປ​ຢ້ຽມ​ຢາມ​ສູນ​ກາງ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ, ພົບ​ປະ​ກັບ​ເອກອ​ັກ​ຄະ​ລັດ​ຖະ​ທູດ ໄທ ປະ​ຈຳ ຫວຽດ​ນາມ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top