• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ມອບ​ໜ້າ​ທີ່​ໃຫ້​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໄປ​ປະ​ຈຳ​ຢູ່ ຕ່າງ​ປະ​ເທດ

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມຊົມເຊີຍ ບັນດາທ່ານເອກອັກຄະລັດຖະທູດ ທີ່ພັກ, ລັດ ເຊື່ອໝັ້ນມອບໝາຍໜ້າທີ່ໄປປະຕິບັດງານ ຢູ່ປະເທດໃນພາກພື້ນ ເອີລົບ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ມອບໜ້າທີ່ໃຫ້ເອກອັກຄະລັດຖະທູດ ຫວຽດນາມ ທີ່ໄດ້ຮັບການແຕ່ງຕັ້ງໄປປະຈຳຢູ່ ຕ່າງປະເທດ

ວັນທີ 21 ຕຸລາ, ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດ ອາຍຸການ 2021 – 2024 ພາກພື້ນ ເອີລົບ ແລະ ອາຊີກາງ ໃຫ້ເອກອັກຄະລັດຖະທູດ 8 ທ່ານ. ຫຼັງຈາກນັ້ນ, ທ່ານປະທານປະເທດ ໄດ້ໃຫ້ການຕ້ອນຮັບ ແລະ ມອບໜ້າທີ່ໃຫ້ ເອກອັກຄະລັດຖະທູດ ທັງ 8 ທ່ານ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມຊົມເຊີຍ ບັນດາທ່ານເອກອັກຄະລັດຖະທູດ ທີ່ພັກ, ລັດ ເຊື່ອໝັ້ນມອບໝາຍໜ້າທີ່ໄປປະຕິບັດງານ ຢູ່ປະເທດໃນພາກພື້ນ ເອີລົບ. ທ່ານປະທານປະເທດໄດ້ເນັ້ນໜັກວ່າ, ນີ້ທັງແມ່ນຄວາມເປັນກຽດ ແລະ ກໍ່ແມ່ນຄວາມຮັບຜິດຊອບເຊິ່ງພັກ, ລັດ ແລະ ປະຊາຊົນ ເຊື່ອໝັ້ນມອບໝາຍໃຫ້ເອກອັກຄະລັດຖະທູດ. ທ່ານປະທານປະເທດ ເນັ້ນໜັກວ່າ ໜ້າທີ່ບຸລິມະສິດຕົ້ນຕໍ ເຊິ່ງເອກອັກຄະລັດຖະທູດ ຄວນ ເຂົ້າຮ່ວມປະຕິບັດນັ້ນແມ່ນ ພັດທະນາເສດຖະກິດ, ລະດົມທຸກແຫຼ່ງກຳລັງທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອພັດທະນາປະເທດຊາດ, ຍົກສູງອິດທິພົນຊື່ສຽງຂອງ ຫວຽດນາມ ໃນເວທີສາກົນ, ປະຕິບັດຄວາມຄາດຫວັງຢາກມີສັນຕິພາບ ໃຫ້ປະກົດຜົນເປັນຈິງ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top