• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ລາວປ້ອງ​ກັນ, ສະ​ກັດ​ກັ້ນ ໂລກ​ລະ​ບາດ Covid– 19

ຕອນເຊົ້າວັນທີ 10 ເມສາ, ຢູ່ຫ້ອງວ່າການນາຍົກລັດຖະມົນຕີ ລາວ ຢູ່ນະຄອນຫຼວງ ວຽງຈັນ, ຜູ້ຕາງໜ້າຂອງ ສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ ແລະ ສະມາຄົມວິສາຫະກິດ ຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ລາວ ໄດ້ມອບເງິນຈຳນວນ 113.900.000 ກີບ (ປະມານ 13.000 USD)ໃຫ້ແກ່ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນລາວ ເພື່ອຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແລະ ປະຊາຊົນລາວໃນບັ້ນຕໍ່ສູ້ກັບໂລກລະບາດ Covid -19.

ທ່ານ ຫງວຽນຢຸຍຈຸງ, ປະທານສະມາຄົມໃຫຍ່ຊາວຫວຽດນາມ ຢູ່ລາວມອບເງິນສະໜັບສະໜູນໃຫ້ແກ່ລັດຖະບານ ລາວເພື່ອສະກັດກັ້ນໂລກລະບາດ Covid - 19 (ພາບ: Vietnam+)

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຢຸຍຈຸງ, ປະທານສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ, ໃຫ້ຮູ້ວ່າ ໃນໄລຍະທີ່ຜ່ານມາ, ພໍ່ແມ່ປະຊາຊົນຊາວ ຫວຽດນາມອາໄສຢູ່ລາວ ແລະ ບັນດາວິສາຫະກິດ ຫວຽດນາມ ທີ່ພວມລົງທຶນ, ດຳເນີນທຸລະກິດຢູ່ລາວມີຄວາມເອົາໃຈໃສ່ທີ່ສຸດ ແລະ ຕິດຕາມສະພາບການຂອງໂລກລະບາດ Covid - 19 ຢູ່ລາວຢ່າງໃກ້ຊິດ. ເຖິງແມ່ນວ່າ ໂລກລະບາດ ໄດ້ສົ່ງຜົນສະທ້ອນບໍ່ແມ່ນໜ້ອຍເຖິງຊີວິດການເປັນຢູ່ກໍ່ຄືການດຳເນີນທຸລະກິດຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ ແລະ ບັນດາວິສາຫະກິດກໍ່ຕາມ, ແຕ່ປະຊາຄົມຊາວຫວຽດນາມອາໄສຢູ່ລາວຍັງໄດ້ສະໜັບສະໜູນ ແລະ ຕີລາຄາສູງທີ່ສຸດ ຕໍ່ບັນດາມາດຕະການຢ່າງຂ້ຽວຂາດຂອງ ລັດຖະບານລາວໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid -19.

ຕາງໜ້າໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ, ທ່ານສົມດີ ດວງດີໄດ້ຢັ້ງຢືນວ່າ ການປະກອບສ່ວນນີ້ໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບຢ່າງສູງຂອງປະຊາຄົມຊາວຫວຽດນາມທີ່ມີຕໍ່ປະເທດລາວ, ພ້ອມກັນນັ້ນທ່ານກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ຈຳນວນເງິນດັ່ງກ່າວ ເຂົ້າໃນວຽກງານການປ້ອງກັນ, ສະກັດກັ້ນໂລກລະບາດ Covid– 19ຢ່າງມີປະສິດທິຜົນ.

 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top