12/06/2019 10:09 GMT+7 Email Print Like 0

ປະຫວັດສາດກຳປູເຈຍ ຈົດຈຳຄຸນງາມຄວາມດີທະຫານອາສາສະໝັກຫວຽດນາມ

      ກວ່າ 40 ປີພາຍຫຼັງການຕໍ່ສູ້ເປັນທຳຂອງທະຫານອາສາສະໝັກຫວຽດນາມ ຊ່ວຍເຫຼືອປະຊາຊົນກຳປູເຈຍ ໃຫ້ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດ ຂະແມແດງ, ຮູບພາບກ່ຽວກັບທະຫານ ພະພຸດທະເຈົ້າທີ່ຊ່ວຍເຫຼືອປະເທດກຳປູເຈຍ ຟື້ນຟູຄືນໃໝ່ ຍາມໃດກໍ່ໄດ້ຈົດຈຳໃນຈິດໃຈຂອງປະຊາຊົນກຳປູເຈຍ.

(ພາບປະກອບ: TTXVN) 
      ພວກຂ້າພະເຈົ້າໄດ້ພົບປະກັບອ້າຍ Norng Chan Phal, ໃນຕອນບ່າຍມື້ທ້າຍປີ 2018, ຢູ່ຫໍພິພິດທະພັນໂທດກຳດັບສູນເຊື້ອຊາດ Toul Sleng, ກ່ອນນີ້ແມ່ນຄຸກຊື່ສຽງຄວາມເຂັດ S-21, ເຊິ່ງແມ່ນບ່ອນດຳເນີນບັນດາການກະທຳທໍລະມານ ແລະ ເຂັ່ນຂ້າ ເຊິ່ງເຮັດໃຫ້ສາມັນຊົນກຳປູເຈຍ ປະມານ 20.000 ຄົນຖືກເສຍຊີວິດ ພາຍໃຕ້ລະບອບ ຂະແມແດງ. Norng Chan Phal ແມ່ນໜຶ່ງໃນຈຳນວນເດັກນ້ອຍ 4 ຄົນລອດຕາຍ ຍ້ອນທະຫານອາສາສະໝັກຫວຽດນາມ ຊ່ວຍພາໃຫ້ອອກຈາກຄຸກດັ່ງກ່າວ, ເມື່ອທະຫານອາສາສະໝັກຫວຽດນາມ ພ້ອມກັບບັນດາທະຫານກຳປູເຈຍ ທີ່ບຸກເຂົ້າປົດປ່ອຍນະຄອນຫຼວງ ພະນົມເປັນ ໃນຊຸມມື້ຕົ້ນເດືອນ ມັງກອນ ປີ 1979. Norng Chan Phal, ໄດ້ເລົ່າຄືນບັນດາຄວາມຊົງຈຳກ່ຽວກັບຊຸມວັນທີ່ຖືກກັກຄັງ ໃນເວລາກ່ອນນີ້ 40 ປີວ່າ:
        “ຫ້ອງໜຶ່ງໃນຄຸກມີຄົນຖືກກັກຄັງເປັນຈຳນວນຫຼາຍນັ້ນ, ຂ້າພະເຈົ້າບໍ່ໄດ້ເຫັນພວກມັນເຂັ່ນຂ້າກັບຕາ, ແຕ່ຂ້າພະເຈົ້າເຫັນວ່າ, ພວກມັນຈັບຄົນອື່ນອອກໄປນອກ ແລະ ຫຼັງຈາກນັ້ນໄດ້ຍິນສຽງຮ້ອງອັນເຈັບປອດຂອງບັນດາຜູ້ຖືກເຄາະຮ້າຍ, ແລ້ວກໍ່ບໍ່ໄດ້ຍິນສຽງຫຍັງອີກເລີຍ”.
        ສຳລັບ Norng Chan Phal ແລ້ວ, ຈຸດສຸດຍອດຂອງຄວາມຢ້ານກົວແມ່ນຕອນທີ່ອ້າຍ ແລະ ນ້ອງຊາຍຖືກພວກ Pol Pot ດຶງອອກຈາກກຳມືຂອງແມ່ ໄປກັກຄັງຢູ່ຫ້ອງອື່ນ. ນັ້ນກໍ່ແມ່ນເທື່ອສຸດທ້າຍທີ່ 2 ອ້າຍນ້ອງ Norng Chan Phal ໄດ້ເຫັນແມ່ຂອງຕົນ, ເຂົາເຈົ້າບໍ່ຮູ້ວ່າຫຼັງຈາກນັ້ນສິ່ງໃດທີ່ເກີດຂຶ້ນຕໍ່ກັບແມ່ຂອງເຂົາເຈົ້າ. Norng Chan Phal ໄດ້ພົບກັບຄວາມໂຊກດີ ພາຍຫຼັງໄລຍະມືດມົວທີ່ສຸດຢູ່ໃນຄຸກ S – 21 ເປັນເວລາ 3 - 4 ມື້ນັ້ນ, ທະຫານອາສາສະໝັກຫວຽດນາມ ພ້ອມກັບກຳລັງປະຕິວັດກຳປູເຈຍ ບຸກເຂົ້າປົດປ່ອຍ ພະນົມເປັນ, ໂຄ່ນລົ້ມລະບອບ ຂະແມແດງ ໃນວັນທີ 07 ມັງກອນ 1979. Norng Chan Phal, ເລົ່າສູ່ຟັງວ່າ.
        “ບັນດາທະຫານອາສາສະໝັກຫວຽດນາມ ໄດ້ພາພວກເຮົາອອກຈາກຄຸກ. ເຂົາເຈົ້າເຫັນວ່າ ຕົວຂອງພວກຂ້າພະເຈົ້າເຕັມໄປດ້ວຍຮອຍຍຸງ, ແມງໄມ້ກັດ, ບໍ່ໄດ້ກິນຫຍັງມາເປັນເວລາ 3 – 4 ມື້ແລ້ວ, ເຂົາເຈົ້າກໍ່ເລີຍເອົາເຂົ້າສານເຄິ່ງຖົງທີ່ຖືກຕິດຕົວມາ, ຫຸງເຂົ້າໃຫ້ພວກຂ້າພະເຈົ້າກິນ. ເຂົາເຈົ້ານັ່ງຖ້າພວກຂ້າພະເຈົ້າກິນແລ້ວຈຶ່ງໄປ”.
        ຊີ້ໃສ່ຮູບຖ່າຍເດັກນ້ອຍ 4 ຄົນບໍ່ນຸ້ງໂສ້ງເສື້ອ ເຊິ່ງບັນດາທະຫານອາສາສະໝັກຫວຽດນາມ ອຸ້ມອອກຈາກຄຸກ S-21, Norng Chan Phal ຢືນຢັນວ່າ “ຜູ້ທີ່ໄດ້ກຳເນີດຂ້າພະເຈົ້າເປັນຄັ້ງທີ 2 ນັ້ນແມ່ນທະຫານຫວຽດນາມ. ຖ້າຫາກວ່າ ທະຫານຫວຽດນາມ ມາຊ້າກ່ານີ້ອີກ 2- 3 ວັນ, ແນ່ນອນວ່າພວກເດັກນ້ອຍ 4 ຄົນຂ້າພະເຈົ້າກໍ່ຈະເປັນຄືກັນກັບເດັກນ້ອຍນັບພັນຄົນທີ່ປະສົບເຄາະຮ້າຍຢູ່ໃນຄຸກນີ້ແລ້ວ”. ຮູບພາບກ່ຽວກັບທະຫານອາສາສະໝັກຫວຽດນາມ ຍາມໃດກໍ່ແມ່ນຄວາມຊົງຈຳທີ່ດີງາມສຳລັບ Norng Chan Phal ໃນຕະຫຼອດຊີວິດຂອງຕົນ.
        “ເມື່ອຢູ່ບ້ານເດັກກ່ຳພ້າ, ພວກຂ້າພະເຈົ້າໄດ້ຮັບການເບິ່ງແຍງດູແລ, ໄດ້ຮັບຄວາມຮັກແພງຈາກທະຫານຫວຽດນາມ ຄືດັ່ງລູກຂອງຕົນ. ເຂົາເຈົ້າໄດ້ສອນໃຫ້ພວກຂ້າພະເຈົ້າຄຳເວົ້າສຸພາບຕໍ່ຜູ້ໃຫຍ່, ເມື່ອມີເວລາຫວ່າງເຂົາເຈົ້າກໍ່ມາຢາມຂ້າພະເຈົ້າ, ພາຂ້າພະເຈົ້າໄປຫຼີ້ນ ຫຼື ເອົາໝາກພ້າວໃຫ້ຂ້າພະເຈົ້າ… ຮອດຊຸມປີ 80, ທະຫານຫວຽດນາມ ເລີ່ມຖອນທັບອອກກຳປູເຈຍ ກັບເມືອປະເທດ ແລະ ນັບແຕ່ນັ້ນມາຮອດປະຈຸບັນ ພວກຂ້າພະເຈົ້າກໍ່ບໍ່ມີຂ່າວຄາວຫຍັງກ່ຽວກັບເຂົາເຈົ້າ. ຂ້າພະເຈົ້າຫວັງວ່າ ຈະມີມື້ໃດມື້ໜຶ່ງຂ້າພະເຈົ້າຈະໄດ້ພົບປະກັບພວກເຂົາເຈົ້າອີກ”.
      ໃນໄລຍະ 1975-1978, ລະບອບຂະແມແດງໄດ້ເຂັ່ນຂ້າປະຊາຊົນປະມານ 2 ລ້ານຄົນ ເທົ່າກັບ 25% ປະຊາກອນກຳປູເຈຍ ປີ 1975. ບັນດານັກຮຽນຮູ້ຖືວ່າ ລະບອບຂະແມແດງ ແມ່ນລະບອບໂຫດຮ້າຍທີ່ສຸດໃນປະຫວັດສາດຂອງສັດຕະວັດທີ 20. ປະຈຸບັນ, ໃນເກືອບທຸກແຫ່ງຢູ່ປະເທດກຳປູເຈຍ, ຍັງຄົງໄດ້ຮັກສາພາບ ແລະ ຄວາມຊົງຈຳກ່ຽວກັບຄະນະທະຫານອາສາສະໝັກຫວຽດນາມ ທີ່ໄປຊວຍກູ້ເອົາຊີວິດປະຊາຊົນໃຫ້ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດຢູ່. ທ່ານ Chour Sok Ty ຜູ້ອຳນວຍການເຂດຮ່ອງຮອຍສະຖານທົ່ງນາຂຸມຝັງສົບ  Choeung Ek ຊື່ງແມ່ນໜຶ່ງໃນບັນດາສະຖານທີ່ກໍ່ຄວາມຫຼອກຫຼອນທີ່ຮ້າຍແຮງທີ່ສຸດສຳລັບທຸກໆຄົນໃນການເດີນທາງໄປຊອກຮູ້ໂທດກຳດັບສູນເຊື້ອຊາດຂອງພວກຂະແມແດງ ແບ່ງປັນວ່າ:
       “ຂໍຂອບໃຈທະຫານຫວຽດນາມ ທີ່ໄດ້ຊ່ວຍກູ້ເອົາຊີວິດພວກຂ້າພະເຈົ້າໃຫ້ຫລຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ໂປນໂປດ. ຂ້າພະເຈົ້າຈະຈົດຈຳບຸນຄຸນຂອງບັນດາທະຫານອາສາສະໝັກຫວຽດນາມ ຕະຫຼອດໄປ.”
     ພາບພົດຂອງບັນດາທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຜູ້ທີ່ໄດ້ອຸທິດສ່ວນເລືອດເນື້ອ, ປະກອບສ່ວນສ້າງສາປະເທດກຳປູເຈຍ ໃຫ້ຫລຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ໂປນໂປດ ຍາມໃດກໍ່ຢູ່ໃນດວງໃຈຂອງປະຊາຊົນກຳປູເຈຍ ແຕ່ລະຄົນ. ທ່ານ Thong Khon ລັດຖະມົນຕີກະຊວງທ່ອງທ່ຽວ ຢືນຢັນວ່າ:
    “ພວກຂ້າພະເຈົ້າຈະບໍ່ມີວັນລືມວັນທີ 7 ມັງກອນປີ 1979 ໄດ້. ຖ້າບໍ່ມີທະຫານ ຫວຽດນາມ, ແນວໂຮມປົດປ່ອຍຊາດກຳປູເຈຍ, ທະຫານ, ປະຊາຊົນກຳປູເຈຍ ຈະບໍ່ສາມາດ ຫລຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ໂປນໂປດໄດ້. ນັບແຕ່ນັ້ນມາຮອດປະຈຸບັນ, ສາຍພົວພັນສາມັກຄີມິດຕະພາບຫວຽດນາມ-ກຳປູເຈຍ ນັບມື້ນັບໄດ້ຮັບການພັດທະນາ ແລະ ຍືນຍົງກ່ວາອີກ.”
     ໃນການຕໍ່ສູ້ອັນດຸເດືອດເພື່ອຊ່ວຍປະຊາຊົນກຳປູເຈຍໃຫ້ຫລຸດຜົ້ນອອກຈາກລະບອບດັບສູນເຊື້ອຊາດນັ້ນ, ທະຫານອາສາສະໝັກຫວຽດນາມ ນັບໝື່ນໆຄົນ ໄດ້ເສຍສະຫຼະຊີວິດ, ເລືອດເນື້ອຂອງຕົນ ເພື່ອປະກອບສ່ວນສ້າງສາປະເທດທີ່ມີພື້ນຖານອະລິຍະທຳ Angkor ທີ່ລືຊື່ຄືນໃໝ່. ການເສຍສະຫຼະອັນໃຫ່ຍຫຼວງ ແລະ ສູງສົ່ງຂອງ ທະຫານອາສາສະໝັກຫວຽດນາມ ໄດ້ຈົດຈຳໃນປະຫວັດສາດຂອງລາຊະອານາຈັກກຳປູເຈຍ ຕະຫຼອດໄປ, ຊື່ງໄດ້ ແລະ ພວມໄດ້ຮັບການສ້າງສາ ແລະ ພັດທະນາຄືນໃໝ່ຢ່າງແທດຈິງ.
 (ແຫຼ່ງຄັດຈາກ VOV)