• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີ ອາເມລິກາ ໃຫ້ຄຳເຕືອນຕໍ່ຈີນຄວນຍູ້ແຮງການເຈລະຈາດ້ານການຄ້າກ່ອນທີ່ຈະຊັກຊ້າເກີນໄປ

      "ປະເທດຈີນຕ້ອງບັນລຸໄດ້ຂໍ້ຕົກລົງການຄ້າກັບ ອາເມລິກາ ໃນເວລານີ້, ຖ້າ ບັນລຸໄດ້ ປັກກິ່ງ ຕ້ອງປະເຊີນໜ້າກັບຂໍ້ຕົກລົງທີ່ຊົ່ວຮ້າຍກ່ວາ ໃນອາຍຸການ ປະທານາທິບໍດີຕໍ່ໄປ"

ທ່ານ Donald Trump ປະທານາທິບໍດີ ອາເມລິກາ ( ພາບ AFP/TTXVN )
      ວັນທີ 11 ພຶດສະພາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ໃຫ້ຄຳເຕືອນຕໍ່ຈີນວ່າ ປະເທດນີ້ຕ້ອງບັນລຸໄດ້ຂໍ້ຕົກລົງການຄ້າກັບ ອາເມລິກາ ໃນເວລານີ້, ຖ້າ ບັນລຸໄດ້ ປັກກິ່ງ ຕ້ອງປະເຊີນໜ້າກັບຂໍ້ຕົກລົງທີ່ຊົ່ວຮ້າຍກ່ວາ ໃນອາຍຸການ ປະທານາທິບໍດີຕໍ່ໄປ. ໃນສື່ສັງຄົມອອນລາຍ Twitter, ທ່ານ Donald Trump ຖືວ່າ ພາຍຫຼັງບັນດາການເຈລະຈາດ້ານການຄ້າທີ່ບໍ່ບັນລຸໄດ້ໝາກຜົນຫຍັງ, ຈີນພວມລໍຖ້າເບີງວ່າ ພັກປະຊາທິປາໄຕຈະຍາດ ໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີຈະມາເຖິງຫຼືບໍ່ ເພື່ອພິຈາລະນາຄືນໃໝ່.
        ທ່ານ Donald Trump ເຊື່ອໝັ້ນວ່າ ຖ້າທຸກໆເລື່ອງຈະດຳເນີນໄປຕາມແນວນັ້ນ, ປະເທດ ອາເມລິກາ ຈະຂາດດຸນເຖິງ 500 ຕຶ້ USD/ ປີ. ເຖິງຢ່າງໃດກໍ່ຕາມ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຍັງສະແດງຄວາມເຊື່ອໝັ້ນຈະຍາດໄດ້ໄຊຊະນາໃນສະພາບການເຕີບໂຕເສດຖະກິດ ແລະ ອັດຕາຜູ້ວ່າງງານ ຂອງອາເມລິກາ ດີພໍສົມຄວນ. 
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top