• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນມູນເຊື້ອຂອງ ບໍລິສັດໃຫຍ່ເຕີນກາງໄຊງ່ອນ

ຕອນເຊົ້າວັນທີ 15 ມີນາ, ຢູ່ນະຄອນໂຮ່ຈິມິນ, ບໍລິສັດໃຫຍ່ເຕີນກາງໄຊງ່ອນ ໄດ້ຈັດພິທີສະເຫຼີມສະຫຼອງ 30 ປີແຫ່ງວັນມູນເຊື້ອຂອງ ບໍລິສັດໃຫຍ່ເຕີນກາງໄຊງ່ອນ(15/3/1989 – 15/3/2019) ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນ 1

 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ  

ທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຊີ້ແຈ້ງວ່າ ໃນຊຸມປີທີ່ຈະມາເຖິງ, ຄາດຄະເນວ່າ ສະພາບການພາກພື້ນ ແລະ ໂລກຈະສືບຕໍ່ມີການຜັນແປຢ່າງວ່ອງໄວ ແລະ ສັບສົນ, ໜ້າທີ່ສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມສັງຄົມນິຍົມໄດ້ວາງອອກຄວາມຮຽກຮ້ອງຕ້ອງການຢ່າງສູງທີ່ສຸດ, ເປັນຕົ້ນແມ່ນການປົກປັກຮັກສາເຂດທະເລໝູ່ເກາະ ແລະ ປະຕິບັດຍຸດທະສາດພັດທະນາເສດຖະກິດທະເລຫວຽດນາມແບບຍືນຍົງເຖິງປີ 2030 ແລະ ວິໄສທັດເຖິງປີ 2045 ຊຶ່ງພັກໄດ້ວາງອອກ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ກ່າວວ່າ :

    “ ຂ້າພະຈົ້າສະເໜີກະຊວງປ້ອງກັນປະເທດ, ເຫຼົ່າທັບເຮືອ ຈົ່ງຊີ້ນຳບໍລິສັດໃຫຍ່ເຕີນກາງໄຊງ່ອນ ສືບຕໍ່ຊາບຊຶມຢ່າງເລິກເຊິ່ງ ແລະ ປະຕິບັດແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ; ເສີມຂະຫຍາຍມູນເຊື້ອອົງອາດກ້າຫານຂອງກອງທັບ, ເຫຼົ່າທັບເຮືອ, ບໍລິສັດໃຫຍ່ເຕີນກາງໄຊງ່ອນ, ພ້ອມກັນປະຕິບັດທຸກໆໜ້າທີ່ໄດ້ຮັບມອບໝາຍຢ່າງມີໄຊ ”

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top