• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດຫງວຽນທິກິມເງິນໃຫ້ການຕ້ອນຮັບ ແລະ ເຮັດວຽກກັບປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້

      ຕອນບ່າຍວັນທີ 5 ມີນາ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນສະພາແຫ່ງຊາດ ລາວ ໂດຍທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວນຳໜ້າ.

ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ການຕ້ອນຮັບ
ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ລາວ.
      ທີ່ການເຮັດວຽກ, ການນຳທັງສອງໄດ້ຕີລາຄາວ່າ ຕົ້ນປີ 2019, ທັງສອງຝ່າຍໄດ້ປະສານສົມທົບຈັດຕັ້ງກອງປະຊຸມກົມການເມືອງສູນກາງພັກ ລະຫວ່າງ ຫວຽດນາມ - ລາວ ແລະກອງປະຊຸມຄັ້ງທີ 41 ຄະນະກຳມະການຮ່ວມມືລະຫວ່າງ ລັດຖະບານ ຫວຽດນາມ - ລາວ ໂດຍນາຍົກລັດຖະມົນຕີທັງສອງປະເທດເປັນປະທານຮ່ວມໃຫ້ສຳເລັດຜົນ. ພິເສດແມ່ນການຢ້ຽມຢາມສັນຖະວະໄມຕີ ລາວ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ທີ່ຜ່ານມາເຊິ່ງບັນລຸໄດ້ຜົນງານເປັນຢ່າງດີ.
        ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ໄດ້ຊົມເຊີຍປະເທດ ລາວ ທີ່ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງໃນບັນດາຂົງເຂດຄື: ຄວາມໝັ້ນຄົງ - ການເມືອງ, ເສດຖະກິດ - ສັງຄົມ, ວັດທະນະທຳ - ການສຶກສາ; ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຍົກສູງຖານະຕຳແໜ່ງ, ອິດທິພົນຊື່ສຽງຂອງ ລາວ ໃນພາກພື້ນ ແລະ ໃນໂລກຢ່າງບໍ່ຢຸດຢັ້ງ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ: ພາຍໃຕ້ການຊີ້ນຳ, ນຳພາຢ່າງສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດ ລາວ, ການບໍລິຫານຂອງລັດຖະບານ, ການຕິດຕາມກວດກາຂອງສະພາແຫ່ງຊາດ, ປະເທດລາວ ແລະ ປະຊາຊົນ ລາວ ຈະສືບຕໍ່ຜັນຂະຫຍາຍບັນດາຜົນງານທີ່ບັນລຸໄດ້ເປັນຢ່າງດີ, ຍາດເອົາໄຊຊະນະໃໝ່ ແລະ ຍິ່ງໃຫຍ່ກ່ວາອີກ.
        ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ລາວ ໄດ້ປຶກສາຫາລືກ່ຽວກັບວຽກງານການຕິດຕາມກວດກາລວມລະຫວ່າງ ສະພາແຫ່ງຊາດສອງປະເທດສຳລັບເລື່ອງປະຕິບັດຂໍ້ຕົກລົງກ່ຽວກັບການແກ້ໄຂບັນຫາຜູ້ອົບພະຍົບຢ່າງເສລີ ແລະ ການແສົມລົດບໍ່ຖືກກັບກົດໝາຍໃນເຂດຊາຍແດຍລະຫວ່າງສອງປະເທດໃນປີ2019. ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດສະເໜີວ່າ: ໃນໄລຍະຈະມາເຖິງ, ສອງຝ່າຍຕ້ອງສືບຕໍ່ແບ່ງປັນການເຄື່ອນໄຫວຂອງສະພາປະຊາຊົນ, ປະສານສົມທົບສ້າງຄະນະປະຕິບັດງານລວມຂອງສອງປະເທດເພື່ອຕິດຕາມກວດກາບັນດາການເຄື່ອນໄຫວຢູ່ບັນດາດ່ານຊາຍແດນລະຫວ່າງສອງປະເທດແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ປະກອບສ່ວນເຂົ້າໃນການຊຸກຍູ້ເພີ່ມວົງເງິນການຄ້າ ຫວຽດນາມ - ລາວ…
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top