• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດຫງວຽນທິກິມເງິນສິ້ນສຸດການຢ້ຽມຢາມສ.ເຊັກໂກເປັນທາງການຢ່າງຈົບງາມ


(ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ ຫງວຽນ​ທິ​ກິມ​ເງິນ
ພົບ​ປະ​ເຈ​ລະ​ຈາກັ​ບທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Bohuslav Sobotka)
​      ຕອນ​ບ່າຍ​ວັນ​ທີ 14/04, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ ຫງວຽນ​ທິ​ກິມ​ເງິນ ແລະ ຄະ​ນະ​​ຜູ້​ແທນ​ຂັ້ນ​ສູງສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນ​ຫຼວງ Praha, ກັບ​ເມືອ​ປະ​ເທດ, ສິ້​ນ​ສຸ​ດ​ການ​ຢ້ຽມ​ຢາມ​ສ.​ເຊັກ​ໂກ ເປັນ​ທາງ​ງານ​ຢ່າງ​ຈົບ​ງາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ສະ​ພາ​ສູງ Milan Stech.
        ​ໃນ​ຊຸມ​ມື້​ຜ່ານ​ມາສື່​ມວນ​ຊົນ​ສ.ເຊັກ​ໂກ ໄດ້​ໃຫ້​ຂ່າວ​ຢ່າງ​ຫຼວງ​ຫຼາຍກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສ.ເຊັກ​ໂກ ຂອງ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ. ໃນ​ແວັບ​ໄຊ www.vlada.cz ຂອງ​ລັດ​ຖະ​ບານ ສ.ເຊັກ​ໂກ ໄດ້ເນັ້ນ​ໜັກ​ວ່າ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Bohuslav Sobotka ໄດ້​ມີ​ການ​ພົບ​ປະ​ກັ​ບ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ, ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ເພື່ອ​ສືບ​ຕໍ່​ພັດ​ທະ​ນາ​ການ​ພົວ​ພັນ 2 ຝ່າຍ, ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ, ການ​ສຶກ​ສາ, ​ການປ້ອງ​ກັນ​ຄວາມ​ສະ​ຫງົບ, ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ ແລະ ທ່ອງ​ທ່ຽວ. ທ່ານ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ Sobotka ຢືນ​ຢັນ​ວ່າ, ສ.ເຊັກ​ໂກ ເອົາ​ໃຈ​ໃສ່​ເຖິງ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຫວຽດ​ນາມ, ນັບ​ທັງ​ໃນ​ຂົງ​ເຂດ​ການ​ເມືອງ ແລະ ເສດ​ຖະ​ກິດ. ໃນ​ຊຸມ​ປີ​ຜ່ານ​ມາ, ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ບັນ​ລຸກວ່າ 912 ລ້ານ USD ແລະ 2 ປະ​ເທດມ​ີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນເພື່ອ​ຍົກ​ສູງ​​ວົງ​ເງິນ​ການ​ຄ້າກວ່າ​ອີກ.
(ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top