• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮູ່ງ


ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮູ່ງ ຢູ່ວິຫານ ຮູ່ງ
      ວັນ​ທີ 27/2, ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮູ່ງ ​ໄດ້​ລົງ​ຢ້ຽມຢາມ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ​ພິ​ເສດ​ລະດັບ​ຊາດ ວິຫານ​ຮູ່ງ, ວາງ​ພວງມາລາ​, ຖະຫວາຍ​ທູບ​ທຽນ​ຕອບ​ບຸ​ນ​ແທນ​ຄູນ​ບັນດາ​​ເຈົ້າ​ຊິວິດ​ຮູ່ງ ​ແລະ ຄົນ​ລຸ່ນ​ກ່ອນ​ໆມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ສ້າງສາ​ປະ​ເທດ​ຊາດ. ທ່ານ ຫງວຽນ​ຊິງ​ຮູ່ງ ສະ​ແດງ​ຄວາມ​ເບີກບານ​ໃນ​ເມື່ອ​ເຫັນ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ພ້ອມ​ກັບ​ພໍ່​ແມ່​ປະຊາຊົນ​ໃນ​ທົ່ວ​ປະ​ເທດ, ​ແຂວງ ຟູ່​ເທາະ ຍາມ​ໃດ​ກໍ​ລົງທຶນ​ບູລະນະ​ປະຕິສັງຂອນ​ເຂດປູຊະນີຍະສະຖານ​ ວິຫານ​ຮູ່ງ ​ໃຫ້​ນັບ​ມື້​ນັບ​ສວຍ​ສົດ​ງົດ​ງາມ, ສົມ​ເປັນ ປູຊະນີຍະສະຖານ​ປະຫວັດສາດ​ພິ​ເສດ​ລະດັບ​ຊາດ, ຕອບ​ສະໜອງ​ໄດ້​ຄວາມ​ມຸ່ງ​ຫວັງ​ຂອງ​ພໍ່​ແມ່​ປະຊາຊົນ​ໃນ​ທົ່ວ​ປະ​ເທດ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຊື່ອ​ໝັ້ນ​ວ່າ ປະ​ເທດ​ນັບ​ມື້​ນັບ​ພັດທະນາ, ວຽກ​ງາ​ນພົວພັນ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສາກົນ​ນັບ​ມ​ື້ນັບ​ໄດ້​ຮັບ​ການ​ຍົກ​ສູງ, ​ເອກະລາດ, ອະທິປະ​ໄຕ​ແຫ່ງ​ຊາດ​ໄດ້​ຮັບ​ການ​ຮັກສາ, ສ້າງສາປະ​ເທດ ຫວຽດນາມ ນັບ​ມື້​ນັບ​ໝັ້ນຄົງ, ​ເຂັ້ມ​ແຂງ.
(ແຫຼ່ງຄັດຈາກ VOV)
 

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top