• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດຫວຽດນາມ ຫງວຽນຊວນຟຸກ ເຈລະຈາກັບນາຍົກລັດຖະມົນຕີຍີປຸ່ນ Suga Yoshihide

      ຕອນບ່າຍວັນທີ 15 ກັນຍາ, ຈາກຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກໄດ້ມີການ ເຈລະຈາທາງໂທລະສັບກັບນາຍົກລັດຖະມົນຕີຍີປຸ່ນ Suga Yoshihide
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກໄດ້ມີການ ເຈລະຈາທາງໂທລະສັບກັບນາຍົກລັດຖະມົນຕີຍີປຸ່ນ Suga Yoshihide
      ທີ່ການເຈລະຈາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຍີປຸ່ນທີ່ໄດ້ຊ່ວຍເຫຼືອຫວຽດນາມໃນການຕ້ານໂຄວິດ-19. ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ ຫວຽດນາມຈະສືບຕໍ່ຮ່ວມກັບວິສາຫະກິດຍີປຸ່ນແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ຮັກສາລະບົບການສະໜອງ. ທ່ານຫວັງເພີ່ມທະວີການເຊື່ອມຕໍ່ລະຫວ່າງ 2 ພື້ນຖານເສດຖະກິດຢ່າງມີຄຸນນະພາບ ແລະ ມີປະສິດທິຜົນ ຕິດພັນກັບການຫັນໄປສູ່ເສດຖະກິດຂຽວ, ຫັນໄປສູ່ດີຈິຕອນ.
     ສ່ວນທ່ານນາຍົກລັດຖະມົນຕີຍີປຸ່ນ Suga Yoshihide  ຈະສືບຕໍ່ຊ່ວຍໜູນຫວຽດນາມໃນການປ້ອງກັນ ແລະ ຕ້ານໂຄວິດ-19 ພ້ອມທັງແຈ້ງໃຫ້ຊາບວ່າ ຍີປຸ່ນຈະຊ່ວຍເຫຼືອວັກຊິນກັນ ໂຄວິດ-19 ຕື່ມອີກ 4 ແສນໂດສ ໃຫ້ແກ່ຫວຽດນາມໃນເດືອນນີ້.
(ແຫຼ່ງຄັດຈາກ VOV)

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top