• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດຈີນ ສົ່ງສານອວຍພອນທ່ານ Joe Biden ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ

      ຕາມສື່ມວນຊົນ ຈີນ ແລ້ວ, ວັນທີ 25 ພະຈິກ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄດ້ສົ່ງສານອວຍພອນທ່ານ Joe Biden ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ.

ທ່ານ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຢູ່ປັກກິ່ງ, ຈີນ ເມື່ອປີ 2013  (ພາບ:REUTERS)
      ໃນສານອວຍພອນ, ທ່ານປະທານປະເທດ ຈີນ ຊີ້ແຈ້ງວ່າ, ການຊຸກຍູ້ການພົວພັນລະຫວ່າງ ຈີນ - ອາເມລິກາ ໃຫ້ພັດທະນາຢ່າງປອດໃສ, ມີສະຖຽນລະພາບນັ້ນ ບໍ່ພຽງແຕ່ເໝາະສົມກັບຜົນປະໂຫຍດຫຼັກຂອງປະຊາຊົນສອງປະເທດເທົ່ານັ້ນ, ຫາກຍັງແມ່ນຄວາມຫວັງລວມຂອງປະຊາຄົມສາກົນອີກດ້ວຍ.
        ທ່ານປະທານປະເທດຈີນ ສີຈີ້ນຜິງ ຫວັງວ່າ ສອງປະເທດຈະປະຕິບັດບົນເນື້ອໃນຈິດໃຈບໍ່ປະທະກັນ, ບໍ່ສູ້ຢັ້ນກັນ, ເຄົາລົບເຊິ່ງກັນແລະກັນ, ຮ່ວມມືກັນ ພ້ອມກັນຊະນະ, ສຸມໃສ່ການຮ່ວມມື, ຊຸກຍູ້ການພົວພັນລະຫວ່າງ ຈີນ - ອາເມລິກາ ໃຫ້ພັດທະນາຢ່າງປອດໃສ, ມີສະຖຽນລະພາບ ແລະ ມຸ່ງໄປຂ້າງໜ້າ, ຮ່ວມມືກັນພ້ອມກັບບັນດາປະເທດ ແລະ ປະຊາຄົມສາກົນ ຍູ້ໄວພາລະກິດອັນສູງສົ່ງ ເພື່ອໂລກ ແຫ່ງສັນຕິພາບ ແລະ ພັດທະນາ.
        ໃນວັນດຽວກັນ, ທ່ານຮອງປະທານປະເທດ ຈີນ ຫວາງສີຊາງ  ກໍໄດ້ສົ່ງສານອວຍພອນ ເຖິງທ່ານນາງ Kamala Harris  ທີ່ໄດ້ຮັບການເລືອກຕັ້ງເລືອກຕັ້ງເປັນຮອງປະທານາທິບໍດີ ອາເມລິກາ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top