• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈີ່ນດ້າຍກວາງສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ອີຢິບ

ຕອນຄ່ຳວັນທີ 28 ສິງຫາ, ຕາມເວລາທ້ອງຖິ່ນ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາ ໄດ້ເດີນທາງອອກຈາກນະຄອນຫຼວງກາຍໂຣ, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ສ.ອີຢິບ ໃນລະຫວ່າງວັນທີ 25 – 28 ສິງຫາ, ຕາມຄຳເຊີນຂອງທ່ານປະທານາທິບໍດີອີຢິບ Abdel Fattah Al Sisi.


ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບຄະນະຜູ້ແທນສະຫະພັນບັນດາຫ້ອງການການຄ້າອີຢິບ

(ພາບ: nhandan.com.vn)

ກ່ອນທີ່ເດີນທາງກັບເມືອປະເທດ, ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕ້ອນຮັບຄະນະຜູ້ແທນສະຫະພັນບັນດາຫ້ອງການການຄ້າອີຢິບ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕີລາຄາສູງການພົວພັນຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດໃນໄລຍະຜ່ານມາ ແລະ ຖືວ່າ ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງ 2 ຝ່າຍຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນຂອງ 2 ປະເທດເທື່ອ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດອີຢິບ ເຊືຶ່ອມຕໍ່, ດຳເນີນບັນດາການເຄື່ອນໄຫວສຳຫຼວດຕະຫຼາດ, ສົ່ງເສີມດ້ານການຄ້າ, ການລົງທຶນ ແລະ ທ່ອງທ່ຽວຢູ່ຫວຽດນາມ ກໍຄືສົ່ງເສີມບັນດາວິສາຫະກິດຫວຽດນາມ ໄປຄົ້ນຄວ້າ, ລົງທຶນ ແລະ ດຳເນີນທຸລະກິດຢູ່ອີຢິບ.

(ແຫຼ່ງຄັດຈາກ VOV)


10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top