• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດຫວຽດນາມ ເຈີນດ້າຍກວາງພົບປະຊາວໜຸ່ມຕຳຫຼວດດີເດັ່ນປີ 2017

      ວັນທີ 24 ມີນາ ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ພົບປະກັບພະນັກງານ, ຊາວໜຸ່ມຕຳຫຼວດທີ່ດີເດັ່ນ 20 ຄົນໃນປີ 2017

ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ມອບຂອງຂວັນໃຫ້ແກ່ພະນັກງານ, ຊາວໜຸ່ມຕຳຫຼວດທີ່ດີເດັ່ນ
      ເນື່ອງໃນໂອກາດສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ (ວັນທີ 26 ມີນາປີ 1931- ວັນທີ 26 ມີນາປີ 2017)  ແລະ ກຳລັງຕຳຫຼວດປະຊາຊົນ ສະເຫຼີມສະຫຼອງ 70 ປີແຫ່ງວັນປະທານໂຮ່ຈິມິນມີຄຳສັງ່ສອນ 6 ຂໍ້ ສຳລັບຕຳຫຼວດປະຊາຊົນ, ວັນທີ 24 ມີນາ ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ພົບປະກັບພະນັກງານ, ຊາວໜຸ່ມຕຳຫຼວດທີ່ດີເດັ່ນ 20 ຄົນໃນປີ 2017. ກ່າວຄຳເຫັນນະທີ່ນີ້, ປະທານປະເທດຫວຽດນາມ ເຈີນດ້າຍກວາງ ກ່າວວ່າ : ຊາວໜຸ່ມຕຳຫຼວດແຕ່ລະຄົນ ຄວນມານະພະຍາຍາມຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຄຸນນະທາດການເມືອງ, ອຸທິດກຳລັງເຫື່ອແຮງ, ສະຕິປັນຍາເພື່ອຮັບໃຊ້ປະເທດຊາດ ແລະ ປະຊາຊົນ ປະກອບສ່ວນສ້າງສາປະເທດຊາດໃຫ້ຮັ່ງມີ ເຂັ້ມແຂງ, ປະຊາຊົນອີ່ມໜຳສຳລານ ແລະ ຜາສຸກ, ທຽບທັນກັບບັນດາປະເທດມະຫາອຳນາດໃນໂລກຄືດັ່ງຄວາມມຸ່ງຫວັງຂອງປະທານໂຮ່ຈິມິນຄາວເພີ່ນຍັງມີຊີວິດ”
 (ແຫຼ່ງຄັດຈາກ VOV)

ຮູບ​ເງົາ ຝົນ​ແດງ ແນະ​ນຳ​ທາງ​ໂທ​ລະ​ພາບ

ຮູບ​ເງົາ “ຝົນ​ແດງ” ແນະ​ນຳ​ທາງ​ໂທ​ລະ​ພາບ

ນີ້ແມ່ນຮູບເງົາກ່ຽວກັບຫົວຂໍ້ສົງຄາມປະຕິວັດ, ວາດພາບໄລຍະ 81 ວັນແລະຄືນຕໍ່ສູ້ກັບສັດຕູຢ່າງດຸເດືອນຢູ່ ກຳແພງເກົ່າ ກວ໋າງຈິໃນປີ 1972, ອີງຄາມຜົນງານຂອງນັກປະພັນ ຈຸລາຍ.

Top