• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫວຽດນາມ ກວດກາຄັ້ງສຸດທ້າຍບັນດາການເຄື່ອນໄຫວຂອງສັບປະດາ APEC 2017

      ວັນທີ 29 ຕຸລາ, ທີ່ນະຄອນ ດ່າໜັງ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ພ້ອມດ້ວຍພັນລະຍາເປັນປະທານຈັດຕັ້ງການກວດກາຄັ້ງສຸດທ້າຍບັນດາການເຄື່ອນໄຫວຂອງສັບປະດາຂັ້ນສູງ APEC 2017. 
ປະທານປະເທດ ເຈີ່ນດ້າຍກວາງ ກວດກາຄັ້ງສຸດທ້າຍບັນດາການເຄື່ອນໄຫວຂອງສັບປະດາ APEC 2017
      ທີ່ການປະຊຸມພາຍຫລັງ ສະຫລຸບການກວດກາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ການຈັດຕັ້ງປີ APEC 2017 ແມ່ນຈຸດສຸມພົວພັນຕ່າງປະເທດຂອງປະເທດໃນໄລຍະໃໝ່, ສະແດງໃຫ້ເຫັນແນວທາງເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ ຢ່າງເລິກເຊິ່ງ ກ້ວາງຂວາງຂອງພັກ, ລັດ; ແມ່ນໂອກາດເພື່ອເພີ່ມທະວີການພົວພັນຕ່າງປະເທດຫລາຍຝ່າຍ, ເຮັດໃຫ້ການພົວພັນ 2 ຝ່າຍກັບບັນດາຄູ່ຮ່ວມມືຢູ່ພາກພື້ນ ແລະ ໃນໂລກເລິກເຊິ່ງກ່ວາອີກ, ປະກອບສ່ວນຍົກສູງຖານະທີ່ຕັ້ງຂອງປະເທດເຮົາບົນເວທີປາໄສສາກົນ. ເພື່ອຮັບປະກັນຜົນສຳເລັດຂອງສັບປະດາຂັ້ນສູງ APEC 2017, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີກະຊວງການຕ່າງປະເທດເປັນເຈົ້າພາບຈັດຕັ້ງ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງກະກຽມວຽກງານຈັດຕັ້ງ, ພິທີຢ່າງຄົບຖ້ວນ, ງລອບຄອບຖີ່ຖ້ວນທີ່ສຸດ…ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃສ່ໃຈອະນຸກຳມະການປ້ອງກັນຄວາມສະຫງົບ ແລະ ສາທາລະນະສຸກ, ບັນດາກຳລັງທີ່ກ່ຽວຂ້ອງ ສືບຕໍ່ປັບປຸງບັນດາແຜນການ, ພິທີການປ້ອງກັນສັບປະດາຂັ້ນສູງ APEC 2017.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top