• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບນາຍົກລັດຖະມົນຕີ Orban Viktor

      ຕອນບ່າຍວັນທີ 25 ກັນຍາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຮູງກາຣີ Orban Viktor ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 24 – 26 ກັນຍາ 2017, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ການຢ້ຽມຢາມແມ່ນຂີດໝາຍສຳຄັນເປີດແງ່ຫວັງໃໝ່ໃຫ້ແກ່ການຮ່ວມມືລະຫວ່າງ ຫວຽດນາມ ແລະ ຮູງກາຣີ. 

ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີ Orban Viktor ທີ່ການຕ້ອນຮັບໃນຕອນບ່າຍວັນທີ 25 ກັນຍາ
      ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວຄຳຊົມເຊີຍບັນດາໝາກຜົນຂອງການເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ Orban Viktor ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ພ້ອມກັບການລົງນາມບັນດາເອກະສານຮ່ວມມືໃນຫຼາຍຂົງເຂດ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີວ່າ: 2 ຝ່າຍຕັ້ງໜ້າແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເພີ່ມທະວີການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ ເພື່ອແນໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ຫາກໍ່ບັນລຸໄດ້. ໃນດ້ານຫຼາຍຝ່າຍ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕີລາຄາສູງການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງ 2 ປະເທດໃນບັນດາເວທີປາໄສສາກົນ ແລະ ກ່າວຂອບອົກຂອບໃຈ ຮູງກາຣີ ທີ່ໄດ້ສະໜັບສະໜູນ ຫວຽດນາມ ໃນນາມສະໝັກຮັບເລືອກຕັ້ງເຂົ້າໃຈສະມັດຊາ ເສດຖະກິດ ແລະ ສັງຄົມ ສປຊ ອາຍຸການ 2016 – 2018 ແລະ ໃຫ້ຄຳໝັັ້ນສັນຍາວ່າຈະສະໜັບສະໜູນ ຫວຽດນາມ ໃນການສະໝັກຮັບເລືອກຕັ້ງເປັນກຳມະການບໍ່ປະຈຳຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.
        ທ່ານນາຍົກລັດຖະມົນຕີ ຮູງກາຣີ Orban Viktor ຫວັງວ່າ ທ່ານປະທານປະເທດ ເຈີ່ນດ້າຍກວາງ ຈະສະໜັບສະໜູນເລື່ອງສ້າງຕັ້ງສູນວັດທະນະທຳ ຮູງກາຣີ ຢູ່ຮ່າໂນ້ຍ. ຮູງກາຣີ ກໍ່ຊົມເຊີຍບັນດາວິສາຫະກິດ ຫວຽດນາມ ທີ່ໄປຮ່ວມມື, ລົງທຶນຢູ່ ຮູງກາຣີ ແລະ ກຽມພ້ອມກາຍເປັນຂົວເຊື່ອມຕໍ່ລະຫວ່າງ ຫວຽດນາມ ກັບບັນດາປະເທດ ໃນພາກພື້ນ ເອີລົບຕາເວັນອອກກາງ. ຮູງກາຣີ ໃຫ້ຄຳໝັ້ນສັນຍາຈະເປັນປະເທດທຳອິດຂອງ ອີຢູ ຮັບຮອງເອົາສັນຍາການຄ້າເສລີ ຫວຽດນາມ - ອີຢູ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top